ຫວຽດນາມສືບຕໍ່ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ

ຫວຽດນາມສືບຕໍ່ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ - ảnh 1
ພາບປະກອບ

(vovworld) – ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ເສດຖະກິດ​ສູນ​ກາງ​ໃນ​ຕອນ​ເຊົ້າ​ວັນ​ທີ 19/3, ກ່ຽວ​ກັບ​ບາງ​ໜ້າ​ທີ່​ຈຸດ​ສຸມ ​ແລະ ກຳນົດ​ທິດ​ໃຫຍ່​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຕັກ​ເຕືອນ​ໃຫ້​ຄະນະ​ເສດຖະກິດ​ສູນ​ກາງ​ຕ້ອງ​ປຸກລະດົມ​ພູມ​ປັນຍາ, ການປະກອບສ່ວນ​ຂອງ​ບັນດາອົງການ, ສຳນັກງານ ​ແລະ ນັກວິທະຍາສາດ​ເພື່ອ​ປະຕິບັດ​ໜ້າ​ທີ່​ເປັນ​ເສ​ນາ​ທິການ, ກວດສອບ. 

    ທ່ານ​ນາຍົກລັດຖະມົນຕີ​ເຫັນ​ດີ​ສ້າງ​ຕັ້ງຄະນະ​ຊີ້ນຳສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 6 ຊຸດ​ທີ 10 ກ່ຽວ​ກັບ​ການ​ສືບ​ຕໍ່​ສ້າ​ງສຳ​ເລັດ​ລະ​ບອບ​ເສດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ຮຽກຮ້ອງ​ໃຫ້​ຜັນ​ຂະຫຍາຍ​ໜ້າ​ທີ່​ຖືກ​ຕາມ​​ແຜນການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ:

    “ເນື້ອ​ໃນ​ສະຫລຸບປະການ​ໜຶ່ງ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ແຕ່ລະ​ໄລຍະ​ທາງ​ແຫ່ງ​ການພັດທະນາ, ປ່ຽນ​ໃໝ່​ຂ​ອງປະ​ເທດ​ຊາດຕິ​ດພັນ​ກັບ​ການ​ປ່ຽນ​ໃໝ່​ກ່ຽວ​ກັບ​ລະບອບ​ເຊິ່ງທາດ​​ແທ້​ແມ່ນ​ເສດຖະກິດ​ການ​ຕະຫຼາດ, ທາດ​​ແທ້​ຂອງ​ມັນ​ແມ່ນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ເສດຖະກິດ. ​ໃນ​ຕົວ​ຈິງ​ແລ້ວ, ​​ແຕ່​ມາດຕາ 10 ຮອດ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.​.​.​ ລ້ວນ​ແຕ່​ແມ່ນ​ບັນດາ​ຂີດ​ໝາຍ​​ບາ​ດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ​ຂອງ​ປະ​ເທດ​ຊາດຕິ​ດພັນ​ກັບ​ການ​ປ່ຽນ​ໃໝ່, ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ສົມບູນ​ແບບ”

ຂ່າວ/ບົດ​ອື່ນ