ຫວຽດນາມສືບຕໍ່ມີຊື່ໃນຕາຕະລາງຕິດຕາມຍົກລະດັບຂອງ FTSE Russell

(VOVWORLD) -FTSE Russell ໃຫ້ຮູ້ວ່າ, ໄດ້ສືບຕໍ່ຮັກສາຕະຫຼາດຫຼັກຊັບຫວຽດນາມ ໃນບັນຊີລາຍຊື່ຕິດຕາມຍົກລະດັບຕະຫຼາດຫາກໍ່ພົ້ນເດັ່ນຂັ້ນ 2

ທີ່ການຕີລາຄາໃນເດືອນ ກັນຍາ 2020, ນັກສະໜອງດັດສະນີຫຼັກຊັບທົ່ວໂລກ ທີ່ມີສຳນັກງານຕັ້ງຢູ່ ລອນດອນ - FTSE Russell ໃຫ້ຮູ້ວ່າ, ໄດ້ສືບຕໍ່ຮັກສາຕະຫຼາດຫຼັກຊັບຫວຽດນາມ ໃນບັນຊີລາຍຊື່ຕິດຕາມຍົກລະດັບຕະຫຼາດຫາກໍ່ພົ້ນເດັ່ນຂັ້ນ 2 (Secondary Emerging Markets). ໃນການຕີລາຄາ ແລະ ຈັດອັນດັບຄັ້ງນີ້, FTSE Russell ໄດ້ຍົກອອກຂໍ້ສັງເກດ ແລະ ການຕີລາຄາຂອງຕົນກ່ຽວກັບຕະຫຼາດຫຼັກຊັບຫວຽດນາມ, ພ້ອມທັງຈະຕົກລົງວ່າຈະຍົກລະດັບຫວຽດນາມ ຂຶ້ນເປັນຕະຫຼາດໃໝ່ຫາກໍ່ພົ້ນເດັ່ນຂັ້ນ 2 ຫຼື ບໍ່.

          ຕາມໝາກຜົນຂອງການຕີລາຄາ ແລະ ພິຈາລະນາຊົ່ວຄາວນັບແຕ່ເດືອນ ມີນາ 2019, ຫວຽດນາມ ຕອບສະໜອງໄດ້ 7 ໃນຈຳນວນ 9 ເງື່ອນໄຂມາດຖານທີ່ຈຳເປັນເພື່ອຍົກລະດັບຂຶ້ນເປັນຕະຫຼາດຫາກໍ່ພົ້ນເດັ່ນຂັ້ນ 2. ສ່ວນ 2 ມາດຖານທີ່ຍັງເຫຼືອ, ຕ້ອງ ປັບປຸງ ແລະ ມີຂໍ້ມູນເພື່ອໄດ້ຮັບການຕີລາຄາຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ