ຫວຽດນາມສືບຕໍ່ຢືນຢັນສານເຈລະຈາແລະຮ່ວມມືໃນເວທີສາກົນ

ຫວຽດນາມສືບຕໍ່ຢືນຢັນສານເຈລະຈາແລະຮ່ວມມືໃນເວທີສາກົນ - ảnh 1
​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ, ຫົວໜ້າ​ຄະນະ
​ປະຕິບັດ​ງານ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ
(ພາບ: TTXVN)


(vovworld) – ​ ​ ​ໃນ​ລະຫວ່າງ​ວັນ​ທີ 1 – 2/10 ທີ່​ສຳນັກງານ​ສະຫະ​ປະຊາ​ຊາດຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ, ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ບັນດາ​ວາລະ​ປຶກສາ​ຫາລື​ສຸດ​ທ້າຍ, ຮັບ​ຟັງ​ບັນດາ​ບົດ​ລາຍ​ງານ​ອັບ​ເດັດ​ຂອງ​ຂ້າ​ຫລວງ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວກັບ​ສະພາບ​ການ​ຢູ່​ບາງ​ພາກ​ພື້ນ ​ແລະ ພິຈາລະນາ, ຮັບຮອງ​ເອົາຮ່າງ​ມະຕິ, ຂໍ້​ຕົກລົງ ​ແລະ ຖະ​ແຫຼ​ງການປະທານ 32 ສະບັບ. ​ໃນ​ບັນດາ​ວາລະ​ປະຊຸມ​ສຸດ​ທ້າຍ​ຂອງ​ຊຸດ​ທີ 30, ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ, ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ (​ເຊີ​ແນວ), ຫົວໜ້າ​ຄະນະ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ຄະນະ ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ປະກອບ​ສ່ວນ​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ​​ເຂົ້າ​ໃນບັນດາ​ຮ່າງ​ມະຕິ​​ ຊຶ່ງໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ. ຫວຽດນາມ ກໍ​ໄດ້​ປ່ອນ​ບັດ​ສະໜັບສະໜູນ​ບັນດາ​ມະຕິ​ມີ​ເນື້ອ​ໃນ​ຕັ້ງໜ້າ, ກ້າວໜ້າ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ບັນດາ​ສິດ​ພັດທະນາ, ສິດ​ສັນຕິພາບ, ສິດ​ຊົນນະບົດ, ຕ້ານການ​ໃຊ້​ຄວາມ​ຮຸນ​​ແຮງ….​ແລະ ປ່ອນ​ບັດ​ຂາວ​ສຳລັບ​ຮ່າງມະ​ຕິ​ກ່ຽວ​ກັບ ຊີຣີ.

 

 

 


ຂ່າວ/ບົດ​ອື່ນ