ຫວຽດນາມສືບຕໍ່ຢືນໃນTop5ບັນດາປະເທດສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ

ຫວຽດນາມສືບຕໍ່ຢືນໃນTop5ບັນດາປະເທດສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ - ảnh 1
(ພາບປະກອບ)

(vovworld) – ຄາດ​ຄະ​ເນ​ວ່າ​ປີ 2015, ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ສາມາດ​ບັນລຸ​ລາຍ​ໄດ້​ປະມານ 28 ຕື້ USD, ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນເປົ້າ​ໝາຍ​ເຕີບ​ໂຕ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ. ຫວຽດນາມ ຍາມ​ໃດ​ກໍ​່ນອນ​ໃນ Top 5 ບັນດາ​ປະ​ເທດ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ຜ່ານ​ນັ້ນ ກໍ່​ສ້າງ​ໂອກາດ​ເພື່ອ​ເພີ່ມ​ ແຫຼ່ງລາຍ​ຮັບ ​ແລະ ຍົກ​ສູງ​ແຫຼ່ງສະ​ສົມ​ເງິນຕາ​ຕ່າງປະ​ເທດ​ໃຫ້​ປະ​ເທດຊາດ. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ໄດ້​ຍົກ​ອອກ​ຢູ່​ກອງ​ປະຊຸມ​ຂ່າວ​ ປະກາດໝາກຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ປີ 2015 ​ແລະ ​ແຜນການປີ 2016 ຂອງ​ກຸ່ມ​ບໍລິສັດ​ໃຫຍ່​ຕ່ຳ​​ແຜ່ນ​ຕັດຫຍິບ ຫວຽດນາມ (Vinetex) ​ໃນ​ວັນ​ທີ 21/12.

        ຕາມ​ທ່ານ ຮ່ວາງ​ເວະ​ຢູງ, ຮອງ​ຜູ້ອຳນວຍການ​ໃຫຍ່ Vinetex, ປີ 2016 ບັນດາ​ຕະຫລາດ​ສົ່ງ​ອອກ​ຕົ້ນຕໍຂອງ ຫວຽດນາມ ສືບ​ຕໍ່​ມີ​ບັນດາ​ສັນຍານທີ່​ໜ້າ​ຊື່ນ​ຊົມ. ຄາດ​ຄະ​ເນ​ວ່າການ​ສົ່ງ​ອອກ​ຂອງທົ່ວ​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດຫຍິບ​ປີ 2016 ຈະ​ສາມາດ​ບັນລຸ​ໄດ້​ແຕ່ 29,5 ​ເຖິງ 30 ຕື້ USD, ​ເພີ່ມ​ຂຶ້ນ 8% ​ເມື່ອ​ທຽບ​ໃສ່​ກັບ​ປີ 2015. ຄາ​ດຄະ​ເນ​ວ່າ ພື້ນຖານ​ເສດຖະກິດ ຫວຽດນາມ ສືບ​ຕໍ່​ຮັກສາ​ເປັນ​ປົກກະຕິ  ​ແລະ ທ່າພັດທະນາ, ການ​ລົງທຶນ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ ບັນດາສັນຍາ FTA ຈະ​ແມ່ນ​ກຳລັງຊຸກ​ຍູ້ ​ເພື່ອ​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ FTA ລົງທຶນ​ເຂົ້າ ຫວຽດນາມ ກໍ​ຄື​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ນຳການຜະລິດ, ຍົກ​ສູງ​ຄວາມ​ສາມາດ, ກຽມພ້ອມ​ເຊັນສັນຍາ​ຕ່າງໆ.

 

ຂ່າວ/ບົດ​ອື່ນ