ຫວຽດນາມສືບຕໍ່ສະເໜີ ສປຊ ຈຳໜ່າຍເອກະສານ ຄັດຄ້ານຈີນ

ຫວຽດນາມສືບຕໍ່ສະເໜີ ສປຊ ຈຳໜ່າຍເອກະສານ ຄັດຄ້ານຈີນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ
ແລະ ທ່ານ​ເລຂາທິການ​ໃຫຍ່ ສປຊ ບານ​ກີ​ມູນ
(ພາບ: TTXVN)


(vovworld) - ວັນ​ທີ 3/7, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ ສະຫະ​ປະຊາ​ຊາດ (ສປຊ), ສືບ​ຕໍ່​ຝາກ​ຈົດໝາຍ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ສປຊ ບານ​ກີ​ມູນ ສະ​ເໜີ​ໃຫ້​ຈຳໜ່າຍ​ບັນດາ​ເອກະສານ​ທາງ​ການ​ຂອງ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 68, ​ເອກະສານ 2 ສະ​ບັບຂອງ​ຫວຽດນາມຊີ້​ແຈ້ງ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ຕໍ່​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ ​ໄຮ​ຢາງ - 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ. ປະຕິ​ເສດ​ບັນດາ​ຄວາມ​ຮຽກ​ສິດ​​ບໍ່​ມີ​ພື້ນຖານ​ດ້ານ​ກົດໝາຍ ​ແລະ ປະຫວັດສາດ​ຂອງ​ຈີນ​ກ່ຽວ​ກັບ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ນີ້.

        ​ໃນ​ຂະນະ​ນັ້ນ, ຫວຽດນາມ​ໄດ້​ສະໜອງ​ບັນດາ​ເອກະສານ​ປະຫວັດ ສາດ​ທີ່​ຢືນຢັນ​​ໃຫ້​ເຫັນວ່າ​ຫວຽດນາມ​ ໄດ້​ມີ​ອະທິປະ​ໄຕສຳລັບ​ໝູ່​ເກາະ​ຮ່ວາງ​ຊາ​ນັບ​ແຕ່​ໝູ່​ເກາະ ​ແລະ ຜືນ​ແຜ່ນດິນ​​ແຫ່ງນີ້​ບໍ່​ທັນ​ມີ​ເຈົ້າ​ຂອງ. ຫວຽດນາມ ​ກໍ່​ໄດ້​ຍົກ​ອອກບັນດາ​ພະຍານ​ຫຼັກ​ຖານສະ​ແດງ​ໃຫ້​ເຫັນ​ວ່າ​ ຢູ່​ບັນດາ​ກອງ​ປະຊຸມ​ສາກົນ​ເຊິ່ງຈັດ​ຂຶ້ນ​ກ່ອນ ​ແລະ ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ ຫວຽດນາມບໍ່​ໄດ້​ມອບ​ໝູ່​ເກາະ​ຮ່ວາງ​ຊາ​ໃຫ້​ຈີນ​ເທື່ອ.

        ​​ໃນເອກະສານ. ​ຫວຽດນາມຍັງ​ຢືນຢັນ​ວ່າ, ບໍ່​ມີ​ເວລາ​ໃດ​ທີ່​ຫວຽດນາມ​ຮັບ​ຮອງ​ອະທິປະ​ໄຕ​ຂອງ​ຈີນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ, ຫວຽດນາມ​ກໍ່ເຜີຍ​ແບ​ເລື່ອງ​ຈີນ​ໄດ້​ຕັ້ງ​ໃຈ​​ເສກ​ສັນປັ້ນ​ແຕ່ງ​ປະຫວັດສາດ ​ແລະ ອະທິບາຍ​ກ່ຽວ​ກັບປະຫວັດສາດຢ່າງ​ຜິດພາດ​ເມື່ອ​ຄັດ​ສະ​ເໜີ​ຈົດໝາຍຂອງ​ອະດີດ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ​ເມື່ອ​ປີ 1958 ​ແລະ ເອກະສານ​ຈຳນວນ​ໜຶ່ງ​ທີ່​ຫວຽດນາມ​ພິມ​ຈຳໜ່າຍ​ກ່ອນ​ປີ 1975 ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ຮຽກ​ສິດ​ຂອງ​ຈີນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ. ຈົດໝາຍຂອງ​ອະດີດ​ນາຍົກລັດຖະ ມົນຕີ ຟ້າ​ມວັນ​ດົ່ງ​ ​ແມ່ນ​ບໍ່​ເຕື້ອງ​ເຖິງ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ຫຼື ​ເຈື່ອງ​ຊາ​ຢ່າງ​ສິ້ນ​ເຊິ​ງ.

ຂ່າວ/ບົດ​ອື່ນ