ຫວຽດນາມສືບຕໍ່ສ້າງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ

ຫວຽດນາມສືບຕໍ່ສ້າງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ   - ảnh 1
ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ໂຮມ​ປະຊຸມ, ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 6 ຊຸດ​ທີ 10       (ພາບ: TTXVN)

(vovworld)- ຕອນ​ເຊົ້າ​ວັນ​ທີ 12/9, ຢູ່ຮ່າໂນ້ຍ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ໂຮມ​ປະຊຸມ, ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 6 ຊຸດ​ທີ 10 ກ່ຽວ​ກັບ​ການ​ສືບ​ຕໍ່​ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມໃຫ້ສົມບູນແບບ.

   ສະຫຼຸບການເຮັກວຽກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ​ຟູ້ຈ້ອງໄດ້ຢືນຢັນວ່າ ການ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ເທືອ່ທີ 6 ຊຸດ​ທີ 10 ກ່ຽວ​ກັບ ການ​ສືບ​ຕໍ່​ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມໃຫ້ສົມບູນແບບ ​ແມ່ນ​ຈຳ​ເປັນ, ມີ​ຄວາມ​ໝາຍ​ສຳຄັນ​ໃນ​ສະພາວະ​ພວມ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ສະຫຼຸບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ໃນ​ນັ້ນ​ເສດຖະກິດ​ແມ່ນ​ໃຈກາງ, ຮູບ​ແບບ​ເສດຖະກິດ​ສັງ​ລວມ​ແມ່ນ​ພັດທະນາ​ພື້ນຖານ​ເສດຖະກິດການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ. ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ວ່າ : 

   “ ທິດ​ທາງປ່ຽນ​ແປງ​ໃໝ່​ຂອງ​ພັກ​ໄດ້​ຖືກ​ຫັນ​ເປັນ​ລະບອບ​ບັນຍັດ​ໃນ​ລັດຖະທຳ​ມະນູນ, ກົດໝາຍ, ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ພື້ນຖານ​ເສດຖະກິດການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ຂະຫຍາຍຕົວ. ລະບອບ​ກຳມະສິດ, ​ໂຄງ​ປະ​ກອຍ​ພາກສ່ວນ​ເສດຖະກິດ​ໄດ້​ຮັບ​ການ​ປ່ຽນ​ໃໝ່​​ໂດຍ​ພື້ນຖານ​ຈາກ​ກຳມະສິດ​ທົ່ວ​ປວງ​ຊົນ, ກຳມະສິດ​ລວມໝູ່, ​ເສດຖະກິດ​ແຫ່ງ​ລັດ, ​ເສດຖະກິດ​ລວມໝູ່​ເປັນ​ຕົ້ນຕໍ ຫັນ​ໄປ​ສູ່​ຮູບ​ການ​ກຳມະສິດ​ຫຼາຍ​ພາກສ່ວນ​​ເສດຖະກິດ. ຕະຫຼາດ​ປະ​ເພດ​ຕ່າງໆ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ຂະຫຍາຍ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ. ກົນ​ໄກ​ການ​ຕະຫຼາດ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ໄດ້​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ວິ​ສາ​ຫະກິດ, ນັກທຸລະກິດ​ມີ​ຄວາມ​ເປັນ​ເຈົ້າ​ການ​ດຳ​ເນີນ​ທຸລະ​ກິດ, ​ແກ່ງ​ແຍ້​ງຢ່າງ​ສົດ​ໃສ​ເພື່ອ​ພັດທະນາ”

             ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ໃນ​ໄລຍະ​ທີ່​ຈະ​ເຖິງ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ວ່າ​ ມະຕິ​ສູນ​ກາງ​ພັກ​ເທືອ່ທີ 6 ຊຸດ​ທີ 10 ມາ​ຮອດ​ປະຈຸ​ບັນ, ຍັງ​ຄົງ​ມີ​ຄຸນຄ່າ​ເໝືອນ​ເດີມ, ​ໄລຍະ​ທີ່​ຜ່ານ​ມາ, ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ເປັນ​ຢ່າງ​ດີ, ​ແລະ ​ໃນ​ໄລຍະ​ທີ່​ຈະ​ເຖິງ, ຄວນ​ສືບ​ຕໍ່​ປະຕິບັດ​ມະຕິ​ນີ້​ໃຫ້​ດີ​ກ່ວາ​ເກົ່າ. 

ຂ່າວ/ບົດ​ອື່ນ