ຫວຽດນາມ​ສືບ​ຕໍ່​ຮັກສາ​ທ່າ​ພັດທະນາ​ການພົວພັນ​ກັບ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 30 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ ໄດ້ມີການແລກປ່ຽນທາງອອນລາຍກັບທ່ານ Joaquin Castro ສະມາຊິກສະພາຕໍ່າ, ຮອງປະທານຄະນະກໍາມະການພົວພັນຕ່າງປະເທດຂອງສະພາຕໍ່າ, ທັງເປັນປະທານກຸ່ມ ອາຊຽນ ຂອງສະພາແຫ່ງຊາດ ອາເມລິກາ.

ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ແລະ ສະມາຊິກສະພາຕໍ່າ Joaquin Castro ກໍສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອາເມລິກາ ໃນຫຼາຍຂົງເຂດ. ໃນຈຸດເວລາທີ່ຫຍຸ້ງຍາກ ເມື່ອໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນ, ສອງປະເທດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນການພົວພັນສອງຝ່າຍ ແລະ ບັນດາກົນໄກຮ່ວມມື ອາຊຽນ - ອາເມລິກາ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ກະກຽມບັນດາມາດຕະການເພື່ອຟື້ນຟູເສດຖະກິດ, ສືບຕໍ່ຊຸກຍູ້ການພົວພັນເສດຖະກິດ - ການຄ້າ - ການລົງທຶນ.

ຫວຽດນາມ​ສືບ​ຕໍ່​ຮັກສາ​ທ່າ​ພັດທະນາ​ການພົວພັນ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ (ພາບ: vov.vn)

ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຢັ້ງຢືນວ່າ ໃນໄລຍະເວລາທີ່ຫຍຸ້ງຍາກນີ້, ອາຊຽນ ຍາມໃດກໍສາມັກຄີ, ເປັນເອກະພາບ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນມີ ອາເມລິກາ ໃນການຄວບຄຸມໂລກລະບາດ ແລະ ຂອບໃຈການໜູນຊ່ວຍຢ່າງທັນການຂອງ ອາເມລິກາໃຫ້ບັນດາປະເທດ ອາຊຽນ, ໃນນັ້ນມີຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານສະມາຊິກສະພາຕໍ່າ Joaquin Castro ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ມີເຈດຕະນາດີໜູນຊ່ວຍ ອາເມລິກາ. ທ່ານກໍຢັ້ງຢືນວ່າ ອາເມລິກາ ຍາມໃດກໍສະໜັບສະໜູນ ອາຊຽນ ຢ່າງແຮງ, ສະໜັບສະໜູນການພົວພັນຄູ່ຮ່ວມມືຍຸດທະສາ ອາເມລິກາ - ອາຊຽນ ແລະ ສະໜັບສະໜູນປີເປັນປະທານ ອາຊຽນ ຂອງຫວຽດນາມ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານສະມາຊິກສະພາຕໍ່າ Joaquin Castro ຢັ້ງຢືນວ່າ ກຸ່ມ ອາຊຽນ ສັງກັດສະພາແຫ່ງຊາດ ອາເມລິກາ ແລະ ໃນນາມສ່ວນຕົວ, ຍາມໃດທ່ານກໍຄັດຄ້ານບັນດາການກະທໍາລະເມີດອະທິປະໄຕ, ໄປຝືນກັບກົດໝາຍສາກົນ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍອີງຕາມລະບຽບກົດໝາຍ, ອັນໄດ້ເຮັດໃຫ້ປ່ຽນແປງສະພາບການເດີມ ແລະ ເຮັດໃຫ້ພາກພື້ນຂາດສະຖຽນລະພາບ. ທ່ານ Castro ກໍສະແດງຄວາມສະໜັບສະໜູນຕໍ່ເລື່ອງ ບັນດາປະເທດຢູ່ຍານລຸ່ມແມ່ນໍ້າຂອງ ແລະ ອາເມລິກາ ຈະຍົກສູງກົນໄກຮ່ວມມື ຈາກ ຂໍ້ລິເລີ່ມຍານລຸ່ມແມ່ນໍ້າຂອງ ກາຍເປັນຄູ່ຮ່ວມມື ແມ່ນໍ້າຂອງ - ອາເມລິກາ ເພື່ອຂົງເຂດແມ່ນໍ້າຂອງພັດທະນາແບບຍືນຍົງ.

ຟ້າມຮວັນ, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ