ຫ​ວຽດ​ນາມ​ສືບ​ຕໍ່​ຮຽກ​ຮ້ອງ​ການ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

(VOVWORLD) - ທ່ານ ຫງວຽນຮວ່າງງວຽນ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການ ຢູ່ ພາກຕາເວັນອອກກາງທີ່ສືບຕໍ່ສັບສົນຂຶ້ນຕື່ມ ແລະ ແຜ່ລາມໃນວົງກ້ວາງ.
ຫ​ວຽດ​ນາມ​ສືບ​ຕໍ່​ຮຽກ​ຮ້ອງ​ການ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ - ảnh 1ທ່ານ ຫງວຽນຮວ່າງງວຽນ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ວັນທີ 23 ມັງກອນ (ຕາມເວລາທ້ອງຖິ່ນ), ຢູ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດນັດສາມັນຂັ້ນລັດຖະມົນຕີ ກ່ຽວກັບຫົວຂໍ້ “ສະພາບການຢູ່ພາກຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ”. ກ່າວຄຳເຫັນທີ່ ວາລະປຶກສາຫາລື, ທ່ານ ຫງວຽນຮວ່າງງວຽນ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການ ຢູ່ ພາກຕາເວັນອອກກາງທີ່ສືບຕໍ່ສັບສົນຂຶ້ນຕື່ມ ແລະ ແຜ່ລາມໃນວົງກ້ວາງ, ເປັນຕົ້ນແມ່ນການປະທະກັນຢູ່ເຂດ ກາຊາ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກເຖິງຄວາມຕ້ອງການທີ່ຈຳເປັນກ່ຽວກັບຄຳສັ່ງຢຸດຍິງ ຢ່າງທັນທີ; ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງປະຕິບັດກົດໝາຍສາກົນ, ຈົ່ງລະງັບໃຈຢ່າງສຸດຂີດ, ຫຼີກລ້ຽງທຸກການກະທຳທີ່ກໍ່ຄວາມເຄັ່ງຕຶງ, ໃຊ້ຄວາມຮຸນແຮງ ແລະ ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາສັນຕິພາບ; ທ່ານຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ ເພີ່ມທະວີບັນດາຄວາມມານະພະຍາຍາມຫຼາຍກ່ວາອີກ ເພື່ອແກ້ໄຂວິກິດການໂດຍໄວ. ທ່ານ ຫງວຽນຮວ່າງງວຽນ ຢັ້ງຢືນຄືນໃໝ່ ຫຼັກໝັ້ນ ຫວຽດນາມ ຢຶດໝັ້ນການສະໜັບສະໜູນວິທີການສອງລັດ ດ້ວຍການສ້າງລັດປາແລັດສະຕິນ ເອກະລາດ, ພ້ອມກັນຄົງຕົວຢ່າງມີສັນຕິພາບກັບ ລັດອິດສະລາແອັນ. ມີເສັ້ນຊາຍແດນຮ່ວມກັນແຕ່ກ່ອນປີ 1967 ແລະ ດ້ວຍ Jerusalem ຕາເວັນອອກແມ່ນນະຄອນຫຼວງ, ສອດຄ່ອງ ກັບມະຕິທີ່ກ່ຽວຂ້ອງເຖິງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ