ຫວຽດນາມສືບຕໍ່ເພີ່ມຂັ້ນໃນບົດລາຍງານດັດຊະນີພັດທະນາລັດຖະບານເອເລັກໂຕນິກ

(VOVWORLD) -ຕາມບົດລາຍງານສຳຫຼວດລັດຖະບານເອເລັກໂຕນິກ 2020 ເຊິ່ງສະຫະປະຊາຊາດປະກາດໃນວັນທີ 10 ກໍລະກົດນັ້ນ, ຫວຽດນາມ ຢືນອັນດັບທີ 68/193 ປະເທດ, ເພີ່ມຂຶ້ນ 2 ຂັ້ນເມື່ອທຽບໃສ່ປີ 2018.

ເບິ່ງລວມແລ້ວ, ດັດຊະນີພັດທະນາລັດຖະບານເອເລັກໂຕນິກ (EGDI) ຂອງຫວຽດນາມ ໃນປີ 2020 ໄດ້ຈັດເຂົ້າກຸ່ມບັນດາປະເທດພັດທະນາລັດຖະບານເອເລັກໂຕນິກຢູ່ໃນລະດັບສູງ ແລະ ສູງກວ່າຕົວເລກ EGDI ສະເລ່ຍຂອງໂລກ, ຂອງພາກພື້ນອາຊີ ກໍຄືພາກພື້ນອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ. ດ້ວຍໝາກຜົນດັ່ງກ່າວ, ຫວຽດນາມ ຮັກສາໄດ້ທ່າເພີ່ມຂັ້ນຢ່າງຕໍ່ເນື່ອງນັບແຕ່ປີ 2014 ມາຮອດປະຈຸບັນ.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທີ່ຕັ້ງໃນຕາຕະລາງຈັດອັນດັບກ່ຽວກັບບັນດາດັດຊະນີພາກສ່ວນຂອງຫວຽດນາມ ປີ 2020 ມີການປ່ຽນແປງຢ່າງໃຫຍ່ຫຼວງພໍສົນຄວນເມື່ອທຽບໃສ່ປີ 2018. ຕາມນັ້ນແລ້ວ, ດັດຊະນີພື້ນຖານໂຄງການໂທລະຄົມມະນາຄົມເພີ່ມຂຶ້ນຢ່າງແຮງ, ໄດ້ເພີ່ມຂຶ້ນ 31 ຂັ້ນ; ດັດຊະນີແຫຼ່ງຊັບພະຍາກອນມະນຸດໄດ້ເພີ່ມຂຶ້ນ 3 ຂັ້ນ. ເຖິງຢ່າງໃດກໍ່ຕາມ, ຕົວເລກດັດຊະນີການບໍລິການທາງອອນລາຍຖືກຫຼຸດລົງ. ທີ່ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນຫວ່າງມໍ່ໆມານີ້, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການບໍລິການທາງອອນລາຍ.

        ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລ້ວ, ບົດລາຍງານດັດຊະນີພັດທະນາລັດຖະບານເອເລັກໂຕນິກ ຈະຊ່ວຍໃຫ້ແຕ່ລະປະເທດຮູ້ທີ່ຕັ້ງຂອງຕົນໃນແຜນທີ່ລັດຖະບານເອເລັກໂຕນິກຂອງໂລກ, ພ້ອມທັງກຳແໜ້ນບັນດາທ່າອ່ຽງຢ່າງທັນການ ເພື່ອມີຍຸດທະສາດຢ່າງຖືກຕ້ອງໃນການພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ