ຫວຽດນາມສືບຕໍ່ໜູນຊ່ວຍຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

(VOVWORLD) -ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຮີບເຮັ່ງສ້າງຮ່າງມະຕິຂອງລັດຖະບານກ່ຽວກັບບັນດານະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃຫ້ສົມບູນແບບ.
ຫວຽດນາມສືບຕໍ່ໜູນຊ່ວຍຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 - ảnh 1ຮ່າງມະຕິຕ້ອງຊີ້ແຈ້ງບັນດາເປົ້າໝາຍທີ່ໄດ້ຮັບການໜູນຊ່ວຍ, ເງື່ອນໄຂທີ່ໄດ້ຮັບການໜູນຊ່ວຍ
(ພາບປະກອບ: TTXVN)

ນີ້ແມ່ນໜຶ່ງໃນບັນດາຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບຮ່າງມະຕິຂອງລັດຖະບານວ່າດ້ວຍບັນດານະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19.

        ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງວ່າ ຮ່າງມະຕິຕ້ອງຊີ້ແຈ້ງບັນດາເປົ້າໝາຍທີ່ໄດ້ຮັບການໜູນຊ່ວຍ; ເງື່ອນໄຂທີ່ໄດ້ຮັບການໜູນຊ່ວຍ; ລະດັບການໜູນຊ່ວຍ; ເວລາໜູນຊ່ວຍ; ແຫຼ່ງເງິນໜູນຊ່ວຍ. ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຮີບເຮັ່ງຮັບເອົາຄຳເຫັນຂອງບັນດາຜູ້ແທນເພື່ອສ້າງຮ່າງມະຕິໃຫ້ສົມບູນແບບ.

        ໃນຂະນະນັ້ນ, ທີ່ການພົບປະກັບວິສາຫະກິດເພື່ອປຶກສາຫາລືມາດຕະການແກ້ໄຂເພື່ອຜ່ານມາຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ເຊິ່ງດຳເນີນໃນວັນທີ 10 ມິຖຸນາ, ການນຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ຈະມີບ້ວງເງິນໜູນຊ່ວຍ, ສ້າງເງື່ອນໄຂໃຫ້ວິສາຫະກິດໄດ້ສຳຜັດຢ່າງວ່ອງໄວ, ຮັບປະກັນການເຄື່ອນໄຫວຜະລິດ ດຳເນີນທຸລະກິດໃຫ້ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ