ຫວຽດນາມ-ສປປລາວເພີ່ມທະວີການຮ່ວມມືໃນຂົງເຂດຊົນເຜົ່າ

ຫວຽດນາມ-ສປປລາວເພີ່ມທະວີການຮ່ວມມືໃນຂົງເຂດຊົນເຜົ່າ - ảnh 1
ທ່ານ ຮ່າ​ຫງ໋ອກຈ້ຽນ ​ເຮັດວຽກ​ກັບ ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສ​ປ​ປ ລາວ ໃນ​ລະ​ຫວ່າງວັນ​ທີ 26-30/2016, ​ວັນ​ທີ 27/6, ຄະ​ນະ​ຜູ້​ແທນ​ສະ​ພາ​ຊົນ​ເຜົ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ ທ່ານ ຮ່າ​ຫງ໋ອກຈ້ຽນ, ປະ​ທານ​​ສະ​ພາ​ຊົນ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມີ​ການ​ເຮັດວຽກ​ກັບ ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ນະ​ທີ່ນີ້, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ ​ໃນ​ວຽກ​ງານ​ຊົນ​ເຜົ່າ​ໃຫ້ດີຍິ່ງກວ່າ​ອີກ. ການ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື ລະ​ຫວ່າງ​ ສອງ​ປະ​ເທດ ໃນ​ຂົງ​ເຂດ​ຊົນ​ເຜົ່າ, ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ​ປາ​ນີ ຢາ​ທໍ່​ຕູ້ເນັ້ນ​ໜັກ​ວ່າ: ພັກ, ລັດ ແລະ ສະ​ພາແຫ່ງ​ຊາດ ​ຂອງ​ລາວ ແລະ ຫວ​ຽດ​ນາມ ລ້ວນ​ແຕ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດຂອງຕົນ​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍ​ບາຍຊົນ​ເຜົ່າ ແລະ ສາດ​ສະ​ໜາ, ຖື​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍນີ້​ເປັນປະ​ຖົມ​ປັດ​ໃຈທີ່ດີ, ເປັນ​ພື້ນ​ຖານ​ສຳ​ຄັນ​ ໃຫ້​ແກ່​ນະ​ໂຍ​ບາຍສ້າງຄວາມ​ປອງດອງ ແລະ ມະຫາສາ​ມັກ​ຄີ​ຊົນ​ເຜົ່າ, ເປັນ​ພື້ນ​​ຖານໃຫ້​ແກ່​ການ​ພັດ​ທະ​ນາ​ ຂອງ​ແຕ່​ລະ​ປະ​ເທດ. ທ່ານນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຖື​ວ່າ ສະ​ພາ​ຊົນ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ກຳ​ມາ​ທິ​ການ​ບັນ​ດາເຜົ່າ ສະ​ພາ​ແຫ່ງ​ຊາດ​ລາວ ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽ​ນ ໃນ​ວຽກ​ງານ​ຊົນ​ເຜົ່າ ແລະ ສາດ​ສະ​ໜາກ່ວາອີກ, ຜ່ານ​ນັ້ນ, ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ ແລະ ສາດ​ສະ​ໜາເຊິ່ງພັກ​, ລັດ ແລະ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ; ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ແບບ​ພິ​ເສດ ລາວ​-ຫວຽດ​ນາມ ຍິ່ງກວ່າ​ອີກ.


ຂ່າວ/ບົດ​ອື່ນ