ຫວຽດນາມສຸມໃສ່ສ້າງກົດໝາຍວ່າດ້ວຍການເຊື່ອຖື,ສາສະໜາໃນປີ2016ໃຫ້ສົມບູນແບບ

ຫວຽດນາມສຸມໃສ່ສ້າງກົດໝາຍວ່າດ້ວຍການເຊື່ອຖື,ສາສະໜາໃນປີ2016ໃຫ້ສົມບູນແບບ - ảnh 1
(ພາບ​ປະ​ກອບ)

(vovworld) - ​​​ຕອນ​ເຊົ້າ​ວັ​ນ​ທີ 14/12, ຢູ່​ນະ​ຄອ​ນ​ໂຮ່​ຈິ​ມິນ, ກະ​ຊວງ​ພາຍ​ໃນໄດ້​ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ສະ​ຫຼຸບ​​ວຽກງານ​ປ​ີ​ 2015, ຜັນ​ຂະ​ຫຍາຍ​ໜ້​າ​ທີ່​​ວຽກງານ​ປີ 2016 ຂອງ​ຂະ​ແໜງ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ສາ​ສະ​ໜາ. ຕາມ​ຂໍ້​ມູນ​ຈ​າກກອງ​ປະ​ຊຸມ, ປີ 2015 ວຽກ​ງານ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ສາ​ສະ​ໜາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຖືກ​ຕາມ​ຂໍ້​ກຳ​ນົ​ດ​ຂອງ​ກົດ​ໝາຍ. ການ​ພົວ​ພັນ​ລະ​ຫວ່າງອ​ຳ​ນາດ​ການ​ປົກ​ຄອງ​ກັບ​ສະ​ມາ​ຄົມ​ສາ​ສະ​ໜາ​ໄ​ດ້​ຮັບ​ການ​ປັບ​ປຸງ, ປະ​ຊາ​ຊົນ​ເຊື່ອ​ຖື​ສາ​ສະ​ໜາ​ໃນ​ທົ່ວ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ, ເຂ​ົ້າ​ຮ່​ວມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂ​ົ້​າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ປົກ​ປັກ​ຮັກ​ສາ​ປ​ະ​ເທດ​ຊາດ. ກ່ຽວ​ກັບ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2016 ຂອງ​ຂະ​ແໜງ​ຄຸ້ມ​ຂອງ​ລັດ​ກ່ຽວ​ກັບ​ສາ​ສະ​ໜາ, ທ່ານ ບຸຍ​ແທງ​ຮ່າ, ຮອງ​ຫົວ​ໜ້າ​ຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານ​ໃຫ້​ຮູ້​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ພວມ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ​ສາ​ສະ​ໜາໃຫ້​ສົມ​ບູບ​ແບບ ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ໃນ​ປີ 2016. ບັນ​ດາ​ແຜນ​ຮ່າງ​ເຊິ່ງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອບ​ໝາຍ​ໃຫ້, ພວກ​ເຮົາ​ໄດ້​ມີ​ຄວາມ​ສົນ​ໃ​ຈ ແລະ ສຸມ​ໃສ່​ຜັນ​ຂະ​ຫຍາຍ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​​ສາ​ສະ​ໜາ ໃນ​ວິ​ວັດ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເປີດກວ້າງ​ບັນ​ດາ​ການ​ພົວ​ພັນ​ກັບ​ສາ​ກົນ, ຊ່ວຍ​ໃຫ້​ເພື່ອນ​ມິດ​ສາ​ກົນ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ຫາ​ສາ​ສະ​ໜາ, ບັນ​ຫາ​ອະ​ທິ​ປະ​ໄຕ, ສິດ​ທິ​ມະ​ນຸດ​ຂອງ​ຫວຽດ​ນາມ​ກວ່າ. ”

ຂ່າວ/ບົດ​ອື່ນ