ຫວຽດນາມສະຫນັບສະຫນູນກົນໄກການຄ້າຫລາຍຝ່າຍໃນຂອບເຂດWTO

ຫວຽດນາມສະຫນັບສະຫນູນກົນໄກການຄ້າຫລາຍຝ່າຍໃນຂອບເຂດWTO - ảnh 1
ລັດຖະມົນຕີກະຊວງອຸດສາຫະກຳການຄ້າລາວ ນາມ ວິຍາເກດ
ແລະ ຜູ້ອຳນວຍການໃຫຍ່ WTO


(vovworld)- ວັນ​ທີ 5/12, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ໂລກ(WTO) ຄັ້ງ​ທີ 9 ດຳ​ເນີນ​ໄປ​ຢູ່ ບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງການ​ຄ້າ-ອຸດສາຫະກຳ ຫວຽດນາມ ຫງວຽນ​ເກີ​ມຕູ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຢືນຢັນ​ເຈດ​ຈຳນົງ​ດ້ານ​ການ​ເມືອງ ​ແລະ ຄວາມ​ຕັດສິນ​ໃຈສືບ​ຕາມ ​ແລະ ສະຫນັບສະຫນູນ​ກົນ​ໄກ​ການ​ຄ້າ​ຫລາຍ​ຝ່າຍ​ໃນ​ຂອບ​ເຂດ WTO. ທ່ານ ຫງວຽນ​ເກີ​ມຕູ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ປາດ​ຖະຫນາ​ຮອບ​ເຈລະຈາ ​ໂດ​ຮາ ກ່ຽວ​ກັບ​ການ​ຄ້າ​ເສລີ​ທົ່ວ​ໂລກ​ຈະ​ສຳ​ເລັດ​ໂດຍ​ໄວ. ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ເພື່ອ​ບັນລຸ​ຄວາມ​ເຫັນ​ດີ​ລວມກ່ຽວ​ກັບ​ກົນ​ໄກ​ການ​ຄ້າ​ຫລາຍ​ຝ່າຍ.

 

ຂ່າວ/ບົດ​ອື່ນ