ຫວຽດນາມສະຫນັບສະຫນູນການຮ່ວມມືແທດຈິລະຫວ່າງບັນດາຄູ່ຮ່ວມມືສາກົນແລະມຽນມາ

ຫວຽດນາມສະຫນັບສະຫນູນການຮ່ວມມືແທດຈິລະຫວ່າງບັນດາຄູ່ຮ່ວມມືສາກົນແລະມຽນມາ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ຈູງ​ແທ່ງ
ພາບ:kinhtedothi
(vovworld)- ວັນ​ທີ 14/3, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່ ເຊີ​ແນວ ປະ​ເທດ ສະ​ວິດ, ສະ​ພາ​ສິດ​ທິ​ມະ​ນຸດ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາດ ແລະ ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ກັບ​ຜູ້​ລາຍ​ງານພິ​ເສດ​ກ່ຽວ​ກັບ​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ​່ ມຽນ​ມາ ໃນ​ຂອບ​ເຂດ​ສະ​ໄຫມ​ປະ​ຊຸມ​ຄັ້ງ​ທີ 31. ​ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃນ​ຖາ​ນະເປັນ​ສະ​ມາ​ຊິກ ສ​ະ​ພາ​ສິດ​ທິ​ມະ​ນຸດ ອາ​ຍຸ​ການ 2014-2016, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ຈູງ​ແທ່ງ, ຜູ​້​ຕາງ​ຫນ້າ​ຫວຽດ​ນາມ ​ປະ​ຈຳ ສ​ປ​ຊໄດ້​ເນັ້​ນ​ຫນັກ​ວ່າ: ເຫດ​ການ ມຽນ​ມາ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເດືອນ 11 ຜ່ານ​ມາ​ສຳ​ເລັດ​ຜົນ ແມ່ນ​ສະ​ແດງ​ໃຫ້​ເຫັນ​ວິ​ວັດ​ການ​ປະ​ຕິ​ຮ​ູ​ບ, ຫັນ​ເປັນປະ​ຊາ​ທິ​ປະ​ໄຕ ແລະ ໄກ່​ເກ່ຍ​ປອງດອງ​ຊາດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ຈູງ​ແທ່ງ ຖື​ວ່າ: ປະ​ຊາ​ຄົມ​ສາ​ກົນ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ການ​ຮ່ວມ​ມື​ສາ​ກົນ ແລະ ຫນູນ​ຊ​່ວຍ​ດ້ານ​ເຕັກ​ນິກ ເພື່ອ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ ແລະ ຊຸກ​ຍູ​້​ບັນ​ດາ​ສິດ​ຂອງ​ປະ​ຊາ​ຊົນ​, ຜ່ານນັ້ນ ປະ​ຕິ​ບັດ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ອັນ​ຊອບ​ທຳ​ກ່ຽວ​ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ ມຽນ​ມາ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ຈູງ​ແທ່ງ ຢັ້ງ​ຢືນ​ຄືນ​ວ່າ: ຍາມ​ໃດ​ຫວຽດ​ນາມ ກໍ​ສະ​ຫນັບ​ສະ​ຫນູນ​ການ​ເຈ​ລະ​ຈາ​ທີ່​ຈິງ​ໃຈ ແລະ ການ​ຮ່ວມ​ມື​ແທດ​ຈິງ ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ແລະ ມຽນ​ມາ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈູງ​ແທ່ງ ເນັ້ນ​ຫນັກວ່າ: ປະ​ຊາ​ຄົມ​ສາ​ກົນ ຄວນ​ມີ​ວິ​ທີ​ສຳ​ຜັດ​ຢ່າງ​ພາ​ວະ​ວິ​ໄສ, ບໍ່​ມີ​ການຈຳ​ແນກ, ບໍ່ສ້າງ​ມາດ​ຖານ​ຊ້ອນ ແລະ ຫັນ​ເປັນ​ບັນ​ຫາ​ການ​ເມືອງ​ເມື່ອ​ພິ​ຈາ​ລະ​ນາ​ບັນ​ດາ​ບັນ​ຫາ​ສິດ​ທິ​ມະ​ນຸດ ແລະ ຮຽກ​ຮ້ອງ ສະ​ພ​າ​ສິດ​ທິ​ມະ​ນຸດ ຄວນ​ຄິດ​ໄລ່​ຊັ່ງ​ຊາ​ຄືນ​ເລື່ອງ​ພິ​ຈາ​ລະ​ນາ​ບັນ​ຫາ​ມຽນ​ມາ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ກົນ​ໄກ​ນີ້.
ຂ່າວ/ບົດ​ອື່ນ