ຫວຽດນາມ-ສະຫະພັນລັດເຊຍແມ່ນແບບຢ່າງຂອງການພົບພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ-ສະຫະພັນລັດເຊຍແມ່ນແບບຢ່າງຂອງການພົບພັນຄູ່ຮ່ວມມືຍຸດທະສາດ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສະຖາປະນາ​ສະຫະພັນ​ລັດເຊຍ
(ພາບ: TTXVN)


​(vovworld) - ວັນ​ທີ 11/06, ສະຫະ​ພັນບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ລັດ​ເຊ​ຍ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສະຖາປະນາ​ສະຫະພັນ​ລັດເຊຍ (12/06/1990 – 12/06/2015). ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ, ທ່ານ ຫງວຽນຮິ​ວ​ແທ່ງ, ປະທານ​ສະມາຄົມ​ມິດ​ຕະພາບ​ຫວຽດນາມ - ລັດ​ເຊຍ ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ: ກວ່າ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ລັດ​ເຊ​ຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ, ພິ​ເສດ​ແມ່ນ​ນັບ​ແຕ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄດ້​ຮັບການ​ຍົກ​ລະດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​​ເມື່ອ​ປີ 2012, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໄດ້​ເຂົ້າສູ່​ລວງ​​ເລິກ ​ແລະ ມີ​ບັນດາ​ບາດກ້າວ​ບຸກທະລຸ​ພໍ​ສົມຄວນ. ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ແມ່ນ​ແບບຢ່າງ​ຂອງ​ການ​ພົວພັນຄູ​່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ປອດ​​​ໄສ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຈະ​ສືບ​ຕໍ່​ຍູ​​້​ແຮງ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດ​ຕະພາບ​ກັບ​ປະຊາຊົນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ