ຫວຽດນາມ-ສະຫະລັດອາເມລິກາຊຸກຍູ້ການພົວພັນຮອບດ້ານລະຫວ່າງສອງຝ່າຍຢ່າງແຮງ

ຫວຽດນາມ-ສະຫະລັດອາເມລິກາຊຸກຍູ້ການພົວພັນຮອບດ້ານລະຫວ່າງສອງຝ່າຍຢ່າງແຮງ - ảnh 1
(ພາບປະກອບ)

(vovworld)- ຕອນ​ບ່າຍ ​ວັນ​ທີ 16/11, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ ທ່ານ Ted Osius ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ​ອາ​ເມ​ລິ​ການ ປະ​ຈຳ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ອວຍ​ພອນ​ການ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຫວັງ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ທ່ານ Donald Trump ຈະ​ນຳ​ເອົາ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ-ສະ​ຫະ​ລັດ​ອາ​ເມ​ລິກາ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ, ແທດ​ຈິງກວ່າ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ແຖວ​ໜ້າ, ປາດ​ຖະ​ໜາ​ຊຸກ​ຍູ້​ການ​ພົວ​ພັນ​ອັນ​ຍາວ​ນານ, ໝັ້ນ​ຄົງ, ​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ກ​ັບ​ສະ​ຫະ​ລັດ​ອາ​ເມ​ລິ​ກາ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ  ສະ​ເໜີ​ຝ່າຍ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ບັນ​ດາວິ​ສາ​ຫະ​ກິດສະ​ຫະ​ລັດ​ອາ​ເມ​ລິ​ກາ​ລົງ​ທຶນ ​ເຂົ້າ​ຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອໃຫ້​ສິນ​ຄ້າ​ ຂອງຫວຽດ​ນາມ ​ສຳ​ຜັດ​ກັບ​ຕະຫຼາດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນກະ​ເສດ.

        ສ່ວນ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ຢືນ​ຢັນ​ວ່າ: ສະ​ຫະ​ລັດ​ອາ​ເມ​ລິ​ກາ ຖືອາ​ຊີ​ເປັນ​ພາກ​ພື້ນ​ຈຸດ​ສຸມ ໃນ​ທິດ​ທາງ​​ຮ່ວມ​ມື, ພັດ​ທະ​ນາ​ການ​ພົວ​ພັນ​ ກັບ​ບັນ​ດາ​ປະ​ເທດ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ ມີ​ຫວຽດ​ນາມ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຫະ​ລັດ​ອາ​ເມ​ລິ​ການ ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ການ​ແກ້​ໄຂ​ມົນ​ລະ​ພິດສິ່ງ​ແວດ​ລ້ອມ ຢູ່​ພາກ​ພື້ນ​ແມ່ນ​ນຳ​ຂອງ, ຮ່ວມ​ມື​ຊອກ​ຫາ​ທຳ​ລາຍ​ລະ​ເບີດ, ແກ​້​ໄຂ​ມົນ​ລະ​ພິດ​ທາດ​ພິດ​ສີ​ສົມ(dioxin), ຊອກ​ຫາ​ອັດ​ຖິທະ​ຫານ, ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ແລະ ແກ້​ໄຂ​ບັນ​ດາ​ໄພ​​ພິ​ບັດ​ ຢູ່​ຫວຽດ​ນາມ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ກໍ່​ຢືນ​ຢັນ​ວ່າ: ສະ​ຫະ​ລັດ​ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ ກັບ​ຫວຽດ​ນາມ, ພ້ອມ​ທັງ ຈະ​ອັບ​ເດດ​ສະ​ພາບ​ການ​ໃຫ້ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP.

ຂ່າວ/ບົດ​ອື່ນ