ຫວຽດນາມສະເຫນີບາງມາດຕະການສຳລັບບັນຫາອົບພະຍົບທີ່ກອງປະຊຸມIPU-133

ຫວຽດນາມສະເຫນີບາງມາດຕະການສຳລັບບັນຫາອົບພະຍົບທີ່ກອງປະຊຸມIPU-133 - ảnh 1
ພາບ​ປະ​ກອບ:internet

(vovworld)-  ແຕ່​ວັນ​ທີ 17-21/10, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ ເຈີນ​ວັນ​ຮັ່ງ, ຫົວ​ຫນ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ນຳ​ຫນ້າ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 133-IPU133 ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ທ່ານ ເຈີນ​ວັນ​ຮັ່ງ ເນັ້ນ​ຫນັກ​ວ່າ:ການ​ອົບ​ພະ​ຍົບ​ສາ​ກົນ​ໄດ້​ສົ່ງ​ຜົນ​ກະ​ທົບ​ບໍ່​ແມ່ນ​ນ້ອຍ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ. ຫວຽດ​ນາມ ສະ​ເຫນີ​ບາງ​ມາດ​ຕະ​ການ​ສຳ​ລັບ​ບັນ​ຫາ​ອົບ​ພະ​ຍົບ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ.  ນອກນັ້ນ ລັດ​ຖະ​ບານ ປະ​ເທດ​ປະ​ຈຳ​ຖິ່ນ ຄວນ​ສ້​າ​ງ​ເງື່ອນ​ໄຂ​ໃຫ້​ຊາວ​ອົບ​ພະ​ຍົບ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ​ຢ່າງ​ຖືກ​ຕ້ອງ​ກັບ​ກົດ​ໝາຍ. ທ່ານ​ເຈີນ​ວັນ​ຮັ່ງ ຢືນ​ຢັນ​ວ່າ: ໃນ​ສະ​ພາບ​ໂລ​ກາພິ​ວັດ​ປະ​ຈຸ​ບັນ, ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ຄຸ້ມ​ຄອງ​ການ​ອົບ​ພະ​ຍົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຕົ້ນ​ຕໍ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ