ຫວຽດນາມສະເຫຼີມສະຫຼອງ55ປີແຫ່ງວັນໄຊຊະນະGironຂອງກູບາ


ຫວຽດນາມສະເຫຼີມສະຫຼອງ55ປີແຫ່ງວັນໄຊຊະນະGironຂອງກູບາ - ảnh 1

ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ​ປະຈຳ ​ຫວຽດນາມ Herminio
ຫວນຄືນການພົວພັນອັນດີງາມລະຫວ່າງຫວຽດນາມ - ກູບາ

(vovworld) - ວັນ​ທີ 19/4, ຢູ່ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ສະຖານທູດ​ ກູ​ບາປະຈຳ ຫວຽດນາມ, ຈັດ​ຕັ້ງພິທີສະ​ເຫຼີ​ມສະຫຼອງ 55 ​ປີ​ແຫ່ງ​ວັນ​ໄຊຊະນະ Giron ຂອງ​ກູ​ບາ (19/4/1961-19/4/2016). ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ພົນ​ໂທ ຫວໍ​ວັນ​ຕ໋ວນ, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ, ​ເນັ້ນ​ໜັກ​ວ່າ, ​ໄຊຊະນະ Giron ກ່ອນ​ນີ້ 55 ປີ ​ແມ່ນ​ບາດ​ລ້ຽວສຳລັບ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຂອງ​ບັນດາ​ປະ​ເທດ​ ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ນຳ​ການ​ປະຕິວັດ ກູ​ບາ​ກ້າວຂຶ້ນ​ບົນ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ. ພົນ​ໂທ ຫວໍ​ວັນ​ຕ໋ວນ ຢືນຢັນ​ວ່າ, ​ໃນ 55 ປີຜ່ານມາ, ສອງ​ປະ​ເທດ​ຍາມ​ໃດ​ກໍ່​ພ້ອມ​ກັນ​ສາມັກຄີ​ຢ່າງ​ສະໜິດ​ແໜ້ນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຂະ​ບວນການ​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ​ປະຈຳ ​ຫວຽດນາມ Herminio ກໍ່​ເນັ້ນ​ໜັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເດັດຂາດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ໃນວິວັດ​ແຫ່ງ​ການ​ຮັບ​ເອົາ​ຮູບ​ແບບ​ເສດຖະກິດ, ກູ​ບາ​ຈະ​ສ້າງ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ. ສະຖານທູດ ກູ​ບາ​ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ສູງ​ສຸດ ​ເພື່ອ​ໜູນ​ຊ່ວຍ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ກ້າວໜ້າ​ທຸກ​ຢ່າງ​ໃນ​ການ​ພົວພັນ​ສອງ​ຝ່າຍ​“.

ຂ່າວ/ບົດ​ອື່ນ