ຫວຽດນາມສະເຫລີມສະຫລອງວັນອຸຕຸນິຍົມໂລກ23/3

ຫວຽດນາມສະເຫລີມສະຫລອງວັນອຸຕຸນິຍົມໂລກ23/3 - ảnh 1
ພິ​ທີ​ສະ​ເຫຼີ​ມ​ສະຫຼອງ
Ngọc Anh VOV5

(vovworld)- ງານ​ຊຸມນ​ຸມ​ມິດ​ຕິງ​ສະ​ເຫລີມ​ສະ​ຫລອງວັນ​ອຸ​ຕ​ຸ​ນິ​ຍົມ​ໂລກ ຄື​ວັນ​ທີ 23/3 ໂດຍ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/3 ຢູ່ ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ງານ​ຊຸມ​ນຸມ​ມິດ​ຕິງ, ມີ​ທ່ານ​ ຈູ​ຟ້າມງອກ​ຫຽນ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ ຫວຽດ​ນາມ, ທ່ານ​ນາງ Cecilia Piccioni, ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ ປະ​ຈຳ​ຫວຽດ​ນາມ ພ້ອມ​ກັບ​ຜູ້​ຕາງ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ຜູ້​ຕາງ​ຫນ້າ​ການ​ນຳ, ພະ​ນັກ​ງານ​ໃນ​ຂົງ​ເຂ​ດ​ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ.

ວັນ​ອຸ​ຕຸ​ນິ​ຍົມ​ໂລກ​ປີນີ້, ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ WMO ໄດ້​ເລືອກ​ເຟັ້ນ​ຫົວ​ຂໍ້: “ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເມກ”. ຫົວ​ຂໍ້​ນີ້​ແມ່ນ​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ເມກ​ໃນ​ລະ​ບົບ​ອາ​ກາດ. ຕາມ​ທ່ານ ເລ​ແທງ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ສູນ​ອຸ​ຕຸ​ນິ​ຍົມ ອຸ​ທົກ​ກະ​ສາດ ແລ້ວ, ຄວາມ​ຈຳ​ເປັນ​ໃນ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ເມກ ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ລະ​ດັບ​ການ​ພະ​ຍາ​ກອນ​ອາ​ກາດ ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປ້ອງ​ກັນ ແລະ ຫລີ​ກ​ລ້ຽງ​ໄພ​ທຳ​ມະ​ຊາດ.


ຂ່າວ/ບົດ​ອື່ນ