ຫວຽດນາມສະເໜີບັນດາມາດຕະການຄຸ້ມຄອງມະຫາສະໝຸດຢູ່ກອງປະຊຸມໃຫຍ່ທະເລອາຊີຕາເວັນອອກ

ຫວຽດນາມສະເໜີບັນດາມາດຕະການຄຸ້ມຄອງມະຫາສະໝຸດຢູ່ກອງປະຊຸມໃຫຍ່ທະເລອາຊີຕາເວັນອອກ - ảnh 1
(ກອງ​ປະຊຸມ​ໃຫຍ່ທະ​ເລອາຊີ​ຕາ​ເວັນ​ອອກຄັ້ງ​ທີ 5)

(vovworld) ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່ທະ​ເລອາຊີ​ຕາ​ເວັນ​ອອກຄັ້ງ​ທີ 5 ​ໂດຍ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ຕອນ​ເຊົ້າ​ວັນ​ທີ 17/11 ຢູ່ດ່າ​ໜັງ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້ “ທົດ​ສະວັດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ການ​ພັດທະນາ​ແບບ​ຍືນຍົງຢູ່​ເຂດ​ທະ​ເລ​ອາຊີ​ຕາ​ເວັນ​ອອກ - ຮ່ວມກຳລັງ ​ແລະ ຜົນງານ”. ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ທ່ານ ຈູ​ຟ້າ​ມງ້ອກຫຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ມີ​ບົດ​ກ່າວ​ຄຳ​​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ: ຄຸ້ມ​ຄອງ​ມະຫາ​ສະໝຸດ ​ແລະ ​ເຂດ​ຝັ່ງ​ທະ​ເລ; ຄຸ້ມ​ຄອງ​ມະຫາ​ສະໝຸດ ​ແລະ ​ເຂດ​ຝັ່ງ​ທະ​ເລ​ໃນ​ໂລກ ​ແລະ ກົນ​ໄກ​ປະສານງານ, ສົມທົບ​ກັນ​ໃນ​ການ​ຄຸ້ມ​ຄອງ​ມະຫາ​ສະໝຸດ ​ແລະ ​ເຂດ​ຝັ່ງ​ທະ​ເລ​​ແຫ່ງ​ຊາດ ​ແລະ ພາກ​ພື້ນ​ຢູ່​ພາກ​ພື້ນ​ທະ​ເລ​ອາຊີ​ຕາ​​ເວັນ​ອອກ​ຕ່າງໆ. ຕາມ​ທ່ານ ຈູ​ຟ້າ​ມງ້ອກຫຽນ ​ແລ້ວ ​ວິທີ​ການ​ສຳ​ພັດ​ເໝາະ​ສົມ​ທີ່​ສຸດ​ໃນ​ການ​ຄຸ້ມ​ຄອງ​ມະຫາ​ສະໝຸດ​ແມ່ນ​ຄຸ້ມ​ຄອງ​ສັງ​ລວມ. ທ່ານ ຈູ​ຟ້າ​ມງ້ອກຫຽນ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​​ເນັ້ນ​ໜັກ​ວ່າ:

        “​ຍ້ອນ​ລັກສະນະ​ສັງ​ລວມ, ການ​ຊີ້​ນຳ​ຕ້ອງ​ໄດ້​ຮັບ​ການປະຕິບັດ​​ໃນ​ລະດັບ​ຊາດ ​ເພື່ອ​ຮັບປະກັນ​ບົດບາດ​ປະສານງານ, ສົມທົບ​ກັນ​​ເຄື່ອນ​ໄຫວ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລ​ະ ທ້ອງ​ຖິ່ນ. ສາມາດ​ສ້າງ​ຕັ້ງຄະນະ​ກຳມະການ​ແຫ່ງ​ຊາດ​ໜຶ່ງ ​ໂດຍ​ການນຳ​ ​ລັດຖະບານ​ເປັນ​ຫົວໜ້າ ​ເພື່ອ​ປະຕິບັດ​ບົກ​ບາດ​ປະສານ​ງານ, ສົມທົບ​ກັນ ຫລື ມອບ​ໃຫ້​ພາກສ່ວນ​ໜຶ່ງ​ປະຕິບັດ​ບົດບາດ​ຄຸ້ມ​ຄອງ​ສັງ​ລວມ. ​ເລື່ອງ​ຄຸ້ມ​ຄອງ​ຕ້ອງ​ຮັບປະກັນ​ມີການ​ເຂົ້າ​ຮ່ວມ ​ແລະ ມີຄວາມ​ຮັບຜິດຊອບ​ຂອງທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ຕາມ​ກົນ​ໄກຮ່ວມ​ກັນ​ຄຸ້ມ​ຄອງ​”.

 

 

ຂ່າວ/ບົດ​ອື່ນ