ຫວຽດນາມສະເໜີສານອະນຸຍາໂຕຕຸລາການເອົາໃຈໃສ່ເປັນພິເສດສິດຜົນປະໂຫຍດຂອງຫວຽດນາມ

ຫວຽດນາມສະເໜີສານອະນຸຍາໂຕຕຸລາການເອົາໃຈໃສ່ເປັນພິເສດສິດຜົນປະໂຫຍດຂອງຫວຽດນາມ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ

(vovworld) - ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາມັນ, ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 14/7, ຢູ່ ຮ່າ​ໂນ້ຍ. ​ເນື້ອ​ໃນ​ເຊິ່ງນັກ​ຂ່າວ​ຫຼາຍ​ຄົນ​ສົນ​​ໃຈ​ນັ້ນ​ແມ່ນ, ປະຕິກິລິຍາ​ຂອງ​ຫວຽດນາມ​ຕໍ່​ເລື່ອງ ສານ​ອະນຸຍາ​ໂຕ​ຕຸລາການ​ອອກ​ຄຳ​ຕັດສິນ​ຕໍ່​ຄະດີ​ຫ້ອງ​ຟ້ອງ​ຂອງ ຟີ​ລິບ​ປິນ. ກ່ຽວ​ກັບ​ບັນຫາ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ. ຫວຽດນາມ​ໄດ້​ມີ​ປະຕິກິລິຍາ​ທຳ​ອິດ​ພາຍຫຼັງ​ທີ່​ຄຳ​ຕັດສິນ​ໄດ້​ຮັບ​ການ​ປະກາດ. ປະຕິກິລິຍາ​ດັ່ງ​ກ່າວ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດສະນະ​ຂອງ​ ຫວຽດນາມ​ທີ່​ມີ​ຕໍ່​ຄຳ​ຕັດສິນ ​ແລະ ຫວຽດນາມ​ຈະ​ມີ​ຖະ​ແຫຼ​ງການ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຄຳ​ຕັດສິນ. ທ່ານ​ ​ເລ​ຫາຍ​ບິ່ງ​ກໍ່​ເຕື້ອງ​ຄື​ເນື້ອ​ໃນ​ຕົ​້ນຕໍ ​ເຊິ່ງ​ໄດ້​ຮັບ​ການ​ຍົກ​ອອກ​ໃນ​ຖະ​ແລງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທີ່​ຝາກ​ໃຫ້ ສານ​ອະນຸຍາ​ໂຕ​ຕຸລາການ​ ​ໃນ​ວັນ​ທີ 5/12/2015, ​ໃນ​ນັ້ນ​ຢືນຢັນ​ວ່າ:

        “ຫວຽດນາມ​ສະໜັບສະໜູນ​ເລື່ອງ​ປະຕິບັດ​ບັນດາ​ຂໍ້​ກຳນົດ ​ແລະ ລະບຽບ​ການ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຢ່າງ​ຄົບ​ຖ້ວນ, ນັບ​ທັງ​ເລື່ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ແກ້​ໄຂ​ ຫຼື​ນຳ​ໃຊ້​ສົນທິສັນຍາ ດ້ວຍ​ສັນຕິ​ວິທີ. ຫວຽດນາມ​ຮັກສາ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດດ້ານ​ນິຕິ​ກຳ​ຂອງ​ ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ອະທິປະ​ໄຕ​ສຳລັບ​ສອງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ ບັນດາ​ສິດ, ຜົນ​ປະ​ໂຫຍ​ດຂອງ​ບັນດາ​ເຂດ​ທະ​ເລ​ທີ່​​ໄດ້້ຮັບ​ການ​ກຳນົດ​ຕາມ​ສົນທິສັນຍາ​ແລ້ວ. ຫວຽດນາມຫວັງ​ວ່າ​ສານ​ຈະ​ອະ​ທິບາຍ ​ແລະ ນຳ​ໃຊ້​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ສົນທິສັນຍາ​ໃນ​ການ​ຮ້ອງ​ຟ້ອງ ​ເພື່ອ​ຍົກ​ອອກຄຳ​ຕັດສິນ​ຢ່າງ​ຍຸຕິ​ທຳ ​ແລະ ພາວະ​ວິ​ໄສ. ຫວຽດນາມ​ສະ​ເໜີ​ສານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດດ້ານ​ນິຕິ​ກຳ​ຂອງ​ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຫວຽດນາມ​ຈະ​ພິຈາລະນາ​ບັນດາ​ບາດກ້າວ​ຕໍ່​ໄປ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ“.

ຂ່າວ/ບົດ​ອື່ນ