ຫວຽດນາມສະໜັບສະໜູນ ການປອດອາວຸດນິວເຄຼຍ ໃນແຫຼມເກົາຫຼີ

ຫວຽດນາມສະໜັບສະໜູນ ການປອດອາວຸດນິວເຄຼຍ ໃນແຫຼມເກົາຫຼີ - ảnh 1

ທ່ານ​ເລືອ​ງ​ແທນ​ງີ້ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ

(ພາບ:vietnamplus.vn)

(vovworld) – ​​​ຫຼັກ​ໝັ້ນສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ສະໜັບສະໜູນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ປອດອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ. ທ່ານ​ເລືອ​ງ​ແທນ​ງີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຍົກ​ອອກ​ຄຳ​ປະກາດດັ່ງກ່າວ​ເມື່ອ​ວັນ​ທີ 5/2 ​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ ຕໍ່​ບັນຫາການ​ປອດອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ. ທ່ານ​ເລືອ​ງ​ແທນ​ງີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່​ບັນດາ​ການ​ຜັນ​ແປ່​ຫວ່າງ​ມໍ່​ມາ​ນີ້​ໃນ​ແຫຼມ​ເກົາຫຼີ ​ແລະ ​ທ່ານ ເນັ້ນໜັກ​ວ່າ: ຫວຽດນາມ​ ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ປະຕິບັດ​ຢ່າງ​ເຂັ້ມງວດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ, ຊຸກຍູ້​ການ​ເຈລະຈາ ​ແລະ ມີ​ການ​ກະທຳ​ອັນ​ແທດ​ຈິງ​ເພື່ອ​ແນ​ໃສ່​ປະຕິບັດ​ວິວັດ​ການປອດ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ