ຫວຽດນາມສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ

ຫວຽດນາມສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ - ảnh 1
(ໂຄສົກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍບີ​ງ)

(vovworld) – ​​ ​ ທີ່​ການປະຊຸມ​ຂ່າວ​ນັດ​ສາມັນຂອງກະຊວງ​ການ​ຕ່າງປະ​​ເທດ ທີ່ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 02/06 ຢູ່​ຮ່າ​ໂນ້ຍ, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ ຫວຽດນາມ ທີ່​ກ່ຽວຂ້ອງ​​ເຖິງເລື່ອງ​ຕັດສິນ​ຂອງ​ສານ​ກຳມະການ​ສາ​ກົນ​ໃນ​ການຟ້ອງ​ຮ້ອງ​ຂອງ ຟີ​ລີບ​ປິນ ສຳລັບ “​ເສັ້ນ​ລີ້ນ​ງົວ” ​ເຊິ່ງ ຈີນ ​ຍົກອອກ​ມາພຽງ​ລຳ​ພັງ​ຝ່າຍ​ດຽວ​ຢູ່​ທະ​ເລ​ຕາ​ເວັນ​ອອກນັ້ນ. ​ໂຄສົກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍບີ​ງ ​ເນັ້ນ​ໜັກ​ວ່າ:

        “​ໂດຍ​ແມ່ນ​ປະ​ເທ​ດທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບສະໜູນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ມາ​ດຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ​ ໃນ​ນັ້ນ ມີ​ສົນທິສັນຍາ​ຂອງສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍທະ​ເລ​ປີ 1982. ພວກ​ຂ້າພະ​ເຈົ້າ ປາດ​ຖະໜາ​ວ່າ ສານ​ກຳມະການ​ຈະ​ຍົກ​ອອກ​ຄຳ​ຕັດສິນ​ຢ່າງ​ມີ​ຄວາມຍຸດຕິ​ທຳ ​ແລະ ພາວະ​ວິ​ໄສ​ເໝາະ​ສົມ​ກັບ​ກົດ​ໝາຍສາກົນ, ​ໃນ​ນັ້ນ​ມີ​ສົນທິສັນ​ຍາ​ຂອງ​ສະຫະປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຮຽກ​ຮ້ອງ​ໃຫ້ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຈົ່ງ​ເຄົາລົບ​ກົດໝາຍສາກົນ ​ເຊິ່ງ​ໄດ້​ກຳນົດ​ໃນ​ສົນທິສັນຍາ​ສຳຄັນ​ນີ້”

        ​ໂຄ​ສົກ ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ກໍ່​ຊົມ​ເຊີຍ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ ຈີ7 ກ່ຽວ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ, ຄວາມ​ປອດ​ໄພ​ບົນ​ທະ​ເລ ​ແລະ ​ເຄົາລົບ​ກົດ​ໝາຍ​ສາກົນ, ຫວຽດນາມ ສະ​ເໜີ​ບັນດາ​ຝ່າຍ ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ​, ສະຖຽນ​ລະ​ພາບ, ​ເຄົາ​ລົບ​ກົດໝາຍ​ສາກົນຢູ່​ບັນດາ​ເຂດ​ທະ​ເລ ​ແລະ ມະຫາ​ສະໝຸດ.

 



ຂ່າວ/ບົດ​ອື່ນ