ຫວຽດນາມສະໜັບສະໜູນຊູດັງແລະຊູດັງໃຕ້ແກ້ໄຂການຂັດແຍ້ງກັນຢູ່ Abyei ຜ່ານມາດຕະການໂດຍສັນຕິວິທີ

(VOVWORLD) -ວັນທີ 28 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ Abyei, ເຂດເກີດການປະທະກັນລະຫວ່າງຊູດັງ ແລະ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງກຳລັງຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດຢູ່ Abyei.
ຫວຽດນາມສະໜັບສະໜູນຊູດັງແລະຊູດັງໃຕ້ແກ້ໄຂການຂັດແຍ້ງກັນຢູ່ Abyei ຜ່ານມາດຕະການໂດຍສັນຕິວິທີ - ảnh 1 (ພາບປະກອບ: AFP/TTXVN)

ທີ່ກອງປະຊຸມ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຄວາມໝັ້ນຄົງຢູ່ Abyei ຫວ່າງມໍ່ໆມານີ້, ຮຽກຮ້ອງໃຫ້ ຊູດັງ ແລະ ຊູດັງໃຕ້ ຊອກຫາມາດຕະການແກ້ໄຂໂດຍສັນຕິວິທີໃຫ້ແກ່ບັນຫາ Abyei ຄືດັ່ງໃນຄຳໝັ້ນສັນຍາ ທີ່ລະບຸໃນຂໍ້ຕົກລົງເມື່ອວັນທີ 20 ມິຖຸນາ 2011 ລະຫວ່າງ 2 ປະເທດໂດຍໄວ. ບັນດາປະເທດສະມາຊິກກໍ່ສະໜັບສະໜູນຂໍ້ສະເໜີແນະຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບເລື່ອງສືບຕໍ່ ຕໍ່ກຳນົດເວລາ UNISFA ຕື່ມອີກ 6 ເດືອນ ຈົນຮອດວັນທີ 15 ພະຈິກ 2020.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ປາດຖະໜາວ່າ ລັດຖະບານ ຊູດັງ ແລະ ຊູດັງໃຕ້ ຈະແກ້ໄຂບັນ ຫາໂດຍສັນຕິວິທີໂດຍໄວ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ ແລະ ຂໍ້ຕົກລົງໃນວັນທີ 20 ມິຖຸນາ 2011. ທ່ານເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ 2 ປະເທດເພີ່ມທະວີການສົມທົບກັບ UNISFA ໃນການຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງຕີລາຄາສູງຄວາມມານະພະຍາຍາມຂອງ UNISFA, ພິເສດແມ່ນການເຂົ້າຮ່ວມຂອງກຳລັງແມ່ຍິງຂອງ UNISFA ໃນການປົກປ້ອງສາມັນຊົນ ແລະ ສະໜັບສະໜູນການຕໍ່ກຳນົດ UNISFA ຕາມຂໍ້ສະເໜີແນະຂອງທ່ານເລຂາທິການໃຫຍ່ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ