ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ໂລກ

(VOVWORLD) - ເພື່ອແກ້ໄຂບັນດາສິ່ງທ້າທາຍຈາກອິນເຕີແນັດ ຕ້ອງມີວິທີການສຳຜັດຫຼາຍແງ່ມູນ, ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ພ້ອມທັງເພີ່ມທະວີການຮ່ວມມືຍົກສູງຄວາມສາມາດໃນການປ້ອງກັນ ທາງອິນເຕີແນັດ ແລະ ຮັດແຄບຊ່ອງວ່າງດ້ານເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດ.
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ໂລກ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ  (ພາບ: VOV)

ວັນທີ 20 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປີດກ່ຽວກັບຫົວຂໍ້ “ຮັກສາສັນຕິພາບຄວາມໝັ້ນຄົງສາກົນ: ແກ້ໄຂໄພນາບຂູ່ນັບມື້ນັບເພີ່ມຂຶ້ນທາງອິນເຕີແນັດ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວາ ເພື່ອແກ້ໄຂບັນດາສິ່ງທ້າທາຍຈາກອິນເຕີແນັດ ຕ້ອງມີວິທີການສຳຜັດຫຼາຍແງ່ມູນ, ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ພ້ອມທັງເພີ່ມທະວີການຮ່ວມມືຍົກສູງຄວາມສາມາດໃນການປ້ອງກັນ ທາງອິນເຕີແນັດ ແລະ ຮັດແຄບຊ່ອງວ່າງດ້ານເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ ດ້ວຍບົດບາດຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ສະພາຄວາມໝັ້ນຄົງ ສປຊ ຕ້ອງສະຫງວນຄວາມສົນໃຈ ແລະ ແຫຼ່ງກຳລັງຫຼາຍກ່ວາອີກໃຫ້ແກ່ການປຶກສາຫາລື, ແກ້ໄຂບັນດາສິ່ງທ້າທາຍຈາກອິນເຕີແນັດ ແລະ ບັນດາແງ່ມູນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ໃນການສະກັດກັ້ນການປະທະກັນ, ປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ດ້ວຍກາຍຮັບຮອງເອົາກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃນປີ 2018, ຫວຽດນາມ ພວມໝູນໃຊ້ວິທີການສຳຜັດຢ່າງຮອບດ້ານເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ພ້ອມທັງ, ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນໃນຂົງເຂດນີ້ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ແບ່ງປັນຄວາມຮັບຜິດຊອບໃນການຊຸກຍູ້ການກະທຳທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ