ຫວຽດນາມສະໜັບສະໜູນບັນດານັກລົງທຶນຕ່າງປະເທດເຂົ້າຮ່ວມວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະ​ກິດ

ຫວຽດນາມສະໜັບສະໜູນບັນດານັກລົງທຶນຕ່າງປະເທດເຂົ້າຮ່ວມວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະ​ກິດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ແລະ ທ່ານ Edward Tucker

(vovworld) – ພັກ, ລັດ, ລັດ​ຖະ​ບານ​ ຫວຽດ​ນາມ​ ສະ​ໜັບ​ສະ​ໜູນ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖາ​ນ​ເສ​ດຖະ​ກິດ - ນີ້​ແມ່ນ​ການຢັ້ງ​ຢືນ​ຂອງ​ການ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູວ​ັນ​ນີງ ໃນ​ການ​ຕ້ອນ​ຮັບ​ທ່ານ Edward Tucker, ປະ​ທານທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ປະ​ກັນ​ຊີ​ວິດ AIA (ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ AIG ຂອງ ອາ​ເມ​ລິ​ກາ). ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ  AIA ກໍ່​ຄື​ບັນ​ດາ​ກາ​ນ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ​ເຂົ້າ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ: ພັກ, ລັດ, ລັດ​ຖະ​ບານ ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ແຮງ, ເປີດ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ນອກ​ຈາກນັ້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຍົກ​ອອກ​ຄວາມ​ຕ້ອງ​ການ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຢູ່ ຫວຽດ​ນາມ ດ້ວຍ​ແຫຼ່ງ​ທຶນ​ໄລ​ຍະ​ຍາວ ແລະ AIA ອາດ​ສາ​ມາດ​ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການນີ້.

        ສ່ວນ​ທ່ານ Edward Tucker, ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄ​ງ​ລ່າງ​ໃນ​ໄລ​ຍະ​ຍາວ ຜ່ານ​ການ​ຊື້​ພັນ​ທະ​ບັດ​ລັດ​ຖະ​ບານ ກໍ່​ຄື​ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ປະ​ກັນ​​ຊີ​ວິດຢ່າງ​ແຮງ - ​ເຊິ່ງ​ແມ່ນຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ​ຂອງ​ບໍ​ລິ​ສັດ​ຢູ່ ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ