ຫວຽດນາມສ້າງຂີດໝາຍເລິກເຊິ່ງທີ່ສຸດໃນຸກ່ມ ອາຊຽນ ສຳລັບຊາວລັດເຊຍ

(VOVWORLD) -ໃນຈຳນວນ 10 ປະເທດ ສະມາຊິກ ອາຊຽນ, ຫວຽດນາມ ແມ່ນປະເທດຊື່ງ ຊາວລັດເຊຍຮູ້ຈັກເຖິງຫລາຍສຸດ. 
ຫວຽດນາມສ້າງຂີດໝາຍເລິກເຊິ່ງທີ່ສຸດໃນຸກ່ມ ອາຊຽນ ສຳລັບຊາວລັດເຊຍ  - ảnh 1 ນັກທ່ອງທ່ຽວ ລັດເຊຍ ຢ້ຽມຢາມຫວຽດນາມ

ນັ້ນແມ່ນໝາກຜົນແຫ່ງການຄົ້ນຄ້ວາຂອງສູນຄົ້ນຄ້ວາຫາງສຽງຂອງສັງຄົມລັດເຊຍ ໂດຍແມ່ນຜູ້ອຳນວຍການ Valery Fedorov ປະກາດທີ່ເວທີປາໄສບັນດາມະຫາວິທະຍາໄລ “ລັດເຊຍ - ອາຊຽນ” ຢູ່ ນອກເວທີປາໄສເສດຖະກິດຝ່າຍຕາເວັນອອກ VEF 2017 ພວມດຳເນີນຢູ່ນະຄອນ Vladivostok ປະເທດ ລັດເຊຍ. ທ່ານ Fedorov ໃຫ້ຮູ້ວ່າ: ບັນດາຜູ້ຊ່ຽວຊານໄດ້ສຳຫລວດຄຳເຫັນຂອງປະຊາຊົນລັດເຊຍ ກ່ຽວກັບບັນດາປະເທດ ອາຊຽນ ຕາມ 5 ມາດຖານກ່ຽວກັບລະດັບດູດດື່ມ. ພື້ນຖານວັດທະນະທຳແມ່ນວັດຖຸ, ການທ່ອງທ່ຽວ, ວັດທະນະທຳບໍ່ແມ່ນວັດຖຸ, ການພົວພັນລະຫວ່າງມະນຸດ ແລະ ນະໂຍບາຍ. ໝາກຜົນໃຫ້ເຫັນວ່າ ຫວຽດນາມ ຍາດໄດ້ 16/25 ຄະແນນ, ນຳຫນ້າໃນບັນດາປະເທດ ອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ