ຫວຽດນາມສ້າງ​ຕັ້ງສູນສຶກສາແລະອະນຸລັກຮັກສາສັດກິນຊີ້ນແລະໂຕລິ່ນຫຼືPangolinແຫ່ງທຳອິດ

ຫວຽດນາມສ້າງ​ຕັ້ງສູນສຶກສາແລະອະນຸລັກຮັກສາສັດກິນຊີ້ນແລະໂຕລິ່ນຫຼືPangolinແຫ່ງທຳອິດ - ảnh 1
​ເປີດ​ສະ​ຫລອງ​ສູນ​ສຶກ​ສາ ແລະ ອະ​ນຸ​ລັກ​ຮັກ​ສາ​ສັດ​ກິນ​ຊີ້ນ
ແລະ ໂຕ​ລິ່ນ
ພາບ:dantri.com
(vovworld)- ວັນ​ທີ 20/2, ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີ​ມ​ສະ​ຫລອງ 5 ປີ​ແຫ່ງວັນ​ອະ​ນຸ​ລັກ​ຮັກ​ສາ ໂຕ​ລິ່ນ ຂອງ​ໂລກ, ສູນ​ຄົ້ນ​ຄ້​ວາ ແລະ ອ​ະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ ໄດ້​ສົມ​ທົບ​ກັບ​ປ່າ​ສະ​ຫງ​ວນ​ແຫ່ງ​ຊາດ ກຸກ​ເຟືອງ ຈັດ​ຕັ້ງ​ພິ​ທີ​ເປີດ​ສະ​ຫລອງ​ສູນ​ສຶກ​ສາ ແລະ ອະ​ນຸ​ລັກ​ຮັກ​ສາ​ສັດ​ກິນ​ຊີ້ນ ແລະ ໂຕ​ລິ່ນ ແຫ່​ງ​ທຳ​ອິດ​ຢູ່​ຫວຽດ​ນາມ. ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ກິດ ປະ​ຈຳ​ຫວຽດ​ນາມ Giles Lever, ຜູ້​ຕາງ​ຫນ້າ​ບັນ​ດາ​ສະ​ຖານ​ທູດ​ສາ​ກົນ ຢູ່​ຫວຽດ​ນາມ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ພ້ອມ​ກັບ​ບັນ​ດາ​ນັກ​ອະ​ນຸ​ລັກ​ຮັກ​ສາ ແລະ ນັກ​ຮຽນ​ໂຮງ​ຮຽນ​ປະ​ຖົມ ກຸກ​ເຟືອງ. ສູນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ໃຫ້​ແກ່​ວຽກ​ງານ​ສ​ຶກ​ສາ ແລະ ອະ​ນຸ​ລັກ​ຮັກ​ສາ​ຢູ່​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ