ຫວຽດນາມສ້າງລະບົບຊີວະວິທະຍາດີຈີຕອນໂດຍຊາວຫວຽດນາມເປັນຜູ້ພັດທະນາ ແລະ ເປັນເຈົ້າດ້ວຍຕົນເອງ

(VOVWORLD) -ຫວຽດນາມມຸ່ງໄປສູ່ການສ້າງລະບົບຊີວະວິທະຍາດີຈີຕອນດ້ວຍບັນດາຜະລິດຕະພັນ, ການບໍລິການ, ພື້ນຖານດີຈີຕອນ ໂດຍຊາວຫວຽດນາມເປັນຜູ້ພັດທະນາ ແລະ ເປັນເຈົ້າດ້ວຍຕົນເອງ
    ຫວຽດນາມສ້າງລະບົບຊີວະວິທະຍາດີຈີຕອນໂດຍຊາວຫວຽດນາມເປັນຜູ້ພັດທະນາ ແລະ ເປັນເຈົ້າດ້ວຍຕົນເອງ - ảnh 1ທ່ານ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແທ່ງຮຶງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ 

ນີ້ແມ່ນຂ່າວຄາວໂດຍທ່ານ ຫງວຽນແທ່ງຮຶງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ແຈ້ງໃຫ້ຮູ້ທີ່ກອງປະຊຸມສຳມະນາອິນເຕີເນັດປີ 2018 ທີ່ຈັດຂຶ້ນຢູ່ຮ່າໂນ້ຍເມື່ອວັນທີ 5 ທັນວາ. ທ່ານ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແທ່ງຮຶງ ຢືນຢັນວ່າ ບັນດາວິສາຫະກິດຫວຽດນາມໃນປະຈຸບັນ ມີຄວາມສາມາດຢ່າງພຽງພໍ ແລະ ມີຄວາມຫວັງເປັນເຈົ້າທາງດ້ານເຕັກໂນໂລຊີ, ເປັນເຈົ້າຂອງຕະຫຼາດພາຍໃນ.

    ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຖືວ່າ ເພື່ອສ້າງລະບົບຊີວະວິທະຍາດີຈີຕອນນັ້ນ, ບັນດາວິສາຫະກິດຫວຽດນາມຕ້ອງສວມບົດບາດຫຼັກແຫຼ່ງໃນການປະຕິບັດ. ບັນດາຜະລິດຕະພັນ ແລະ ການບໍລິການໂດຍວິສາຫະກິດພາຍໃນປະເທດພັດທະນານັ້ນ ຕ້ອງຕອບສະໜອງຄວາມຕ້ອງການໃນຕົວຈິງຢູ່ຫວຽດນາມ, ນຳຜົນປະໂຫຍດຮ່ວມມາສູ່ສັງຄົມ ແລະ ໄດ້ຮັບການຕອບສະໜອງຈາກປະຊາຊົນຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ