ຫວຽດນາມສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຕ່າງປະເທດລົງທຶນສຳເລັດຜົນ

ຫວຽດນາມສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຕ່າງປະເທດລົງທຶນສຳເລັດຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕ້ອນຮັບ
ປະທານກຸ່ມບໍລິສັດໄທ Choen
(ພາບ: VGP/Nhật Bắc)

(vovworld) - ​ເມື່ອ​ເຂົ້າ​ຮ່ວມ​ການ​ເຈລະຈາວິ​ສາ​ຫະກິດ​ຫວຽດນາມ - ​ໄທ, ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 23/7, ຢູ່​ນະຄອນຫຼວງ​ບາງກອກ, ປະ​ເທດ​ໄທ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຢືນຢັນວ່າ ລັດຖະບານ​ຫວຽດນາມ​ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ລົງທຶນ​ສຳ​ເລັດ​ຜົນ,ໝັ້ນຄົງ ​ແລະ ຍວນານ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີກໍ່​ໃຫ້​ຮູ້​ວ່າ ຫວຽດນາມ​ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ. ທ່ານ​ເນັ້ນ​ໜັກ​ວ່າ:

“ຫວຽດນາມ​ພວມ​ຕັດສິນ​ໃຈ​ປະຕິບັດ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ. ຫວຽດນາມ​ສູ້​ຊົນ​ບັນລຸ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ເທົ່າ​ກັບ​ລະດັບ​ສະ​ເລ່ຍຂອງ​ບັນດາ​ປະ​ເທດ​ອາ​ຊຽນ - 6 ​ໃນ​ປີ 2015 ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ - 4 ​ໃນ​ປີ 2016. ມີ​ກົດໝາຍ​ສຳຄັນ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ປະກາດ​ໃຊ້​ໃນ​ປີ 2015​ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ… ນັ້ນ​ແມ່ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ​ຫວຽດນາມ ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃຫ້​ນັບ​ມື້​ນັບ​ເໝາະ​ສົມ​ກັບ​ມາດຕະຖານ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ຄ້າ​ເສລີ…“

​ແລະ ກໍ່​ຢູ່​ທີ່​ການ​ເຈລະຈາ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ​ຫວຽດນາມ ​ໄດ້​ຕອບ​ບັນດາ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ລົງທຶນ, ການ​ຄ້າ ກໍ່​ຄື​ການ​ແບ່ງປັນ​ບົດຮຽນ​ລົງທຶນ​ຢູ່​ຫວຽດນາມ.

 

ຂ່າວ/ບົດ​ອື່ນ