ຫວຽດນາມສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບກັບກຳປູເຈຍ

ຫວຽດນາມສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບກັບກຳປູເຈຍ - ảnh 1
(ທ່ານ​ຮອງນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດັກ​ນົງ)


(vovworld) – ຕອນ​ບ່າຍ​ວັນ​ທີ 08/03, ພາຍຫຼັງ​ການ​ຢ້ຽມຢາມ ​ແລະ ສຳ​ຫຼວດ​ເຂດ​ຊາຍ​ແດນ​ຢູ່ປ້ອມ​ປ້ອງ​ກັນຊາຍ​ແດນ Bu Prang, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດັກ​ນົງ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ຂີດ​​ເສັ້ນ​ຊາຍ​ແດນ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ດັກ​ນົງ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​​ສ້າງການພົວພັນ​ຮ່ວມ​ມືການ​ຕ່າງປະ​ເທດ ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ກັບ​ກຳປູ​ເຈຍ. ກ່ຽວ​ກັບ​ວຽກ​ງານຂີດ​​ເສັ້ນ​ຊາຍ​ແດນ ​ແລະ ​ປັກ​ຫຼັກ​ໝາຍ​ຊາຍ​ແດນ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ, ​ເນັ້ນ​ໜັກ​ວ່າ.

        “​ໃນ​ໄລຍະ​ຜ່ານ​ມາ, ພວກ​ເຮົາ​ໄດ້​ຕົກລົງ​ກັບ​ກຳປູ​ເຈຍ, ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ​ແລະ ​ແຂວງ​​​​, ໄດ້​ປັກຫຼັກ​ໝາຍ​ຈຳນວນ​ໜຶ່ງສຳ​ເລັດ.​ ​ແຕ່ຍັງ​ເຫຼືອ​ຫຼັກ​ໝາຍ​ຊາຍ​ແດນຢູ່ Bu Prang, ​ເຊິ່ງແມ່ນ​ໜຶ່ງ​ໃນຈຳນວນ 7 ຫຼັກ​ໝາຍ ທີ່​ຍັງ​ບໍ່​ທັນ​ຂີດ​​ເສັ້ນ​ຊາຍ​ແດນ ​ແລະ ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້. ປະຈຸ​ບັນພວມ​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​ດີ​ທີ່​ສຸດ. ພວກ​ເຮົາ​ໄດ້ສຳ​ເລັດການຂີດ​​ເສັ້ນ​ຊາຍ​ແດນ ​ແລະ ​ປັກ​ຫຼັກ​ໝາຍກັບ​ຈີນ, ລາວ​ ແລະ ທຸກ​ເສັ້ນ​ຊາຍ​ແດນ​ທາງບົກ​ລ້ວນ​ແຕ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ສັນຕິພາບ, ຖ້າ​ປະຕິບັດ​ສຳ​ເລັດ​ການ​ປັກ​ຫຼັກ​ໝາຍ​ກັບ​ກຳປູ​ເຈຍ ພວມ​ເຮົາ​ຈະ​ມີ​ເສັ້ນ​ຊາຍ​ແດນ​ທາງ​ບົກທີ່​ສັນຕິພາບ, ມິດ​ຕະພາບ, ຮັບ​ໃຊ້​ຈຸດ​ປະສົງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຄວາມ​ສະຫງົບ​ປອດ​ໄພ​ໃນເຂດ​ຊາຍ​ແດນ. ຕ້ອງ​ມີ​ວິທີ​ການຂີດ​ຂັ້ນ​​ເສັ້ນ​ຊາຍ​ແດນໃຫ້​ຖືກ​ຕາມ​ກົດໝາຍ ​ແລະ ຖື​ກກັບ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ ​ແລະ ພວກ​ເຮົາ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ”.

ຂ່າວ/ບົດ​ອື່ນ