ຫວຽດນາມສາມັກຄີ, ເປັນຈິດໜຶ່ງໃຈດຽວເພື່ອກ້າວຂຶ້ນຢ່າງໝັ້ນຄົງ


ຫວຽດນາມສາມັກຄີ, ເປັນຈິດໜຶ່ງໃຈດຽວເພື່ອກ້າວຂຶ້ນຢ່າງໝັ້ນຄົງ  - ảnh 1
ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ

(vovworld)- ປີ 2015 ແມ່ນ​ປີ​ທີ່​ມີຫຼາຍ​ເຫດ​ການ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ປີ​ທີ່​ຫວຽດ​ນາມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກ້​ວາງ​ຂວາງ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ຄວາມ​ສະ​ດວກ​ກໍ​ມີຫຼາຍ, ສິ່ງ​ທ້າ​ທາຍ​ກໍ​ໃຫຍ່ຫຼວງ, ດັ່ງ​ນັ້ນ​ຈຳ​ເປັນຕ້ອງມີ ຄວາມສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ເພື່ອ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງບົນ​ເສັ້ນ​ທາງ​ເຊື່ອມ​ໂຍງ ແລະ ພັດ​ທະ​ນ​າ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງໜັກ​ແໜ້ນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ​ໃນ​ການ​ຕອບ​ສຳ​ພາດ​ນັກ​ຂ່າວ VOV ເນື່ອງ​ໃນ​ໂອ​ກາດ​​ຕົ້ນລະ​ດູ​ບານ​ໃໝ່​ປີ​ມະ​ແມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ໃຫ້​ຮູ້​ວ່າ :

  “ ການ​ແກ່ງ​ແຍ້ງ​ຢ່າງ​ຂ້ຽວ​ຂາດນີ້​ຍັງ​ໜ້ອຍ​ທີ່​ສຸດ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ບໍ່​ອາດ​ຊັກ​ຊ້າ​ຄື​ໃນຊຸມ​ປີທີ່​ຜ່ານ​ມາ, ພວກ​ເຮົາ​ຕ້ອ​ງ​ຮີບ​ເຮັ່ງ​ແກ່ງ​ແຍ້ງ ເພື່ອ​ເຮັດ​ແນວ​ໃດ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ຂອງວິີ​ສາ​ຫະ​ກິດ ແລະ​ຂອງທັງພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ຕ້ອງເຂັ້ມ​ແຂງ . ລະ​ດັບ​ຄວາມ​ໄວ​ແມ່ນ​ສຳ​ຄັນ, ບໍ່​ອາດ​ປະ​ຕິ​ບັດ​ຊັກ​ຊ້າ​ເພື່ອ​ຈະ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ແຂງ​ແຮງ​ໄດ້, ໂດຍ​ສະ​ເພາະ ຂອບ​ຂະ​ໜາດ​ຂອງ​ຕົນ​ນ້ອຍ ແຕ່​ຕ້ອງເອົາ​ໃຈ​ໃສ່ໄປ​ຄຽງ​ຄູ່​ກັບ​ຄວາມ​ໄວ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງ​ຜະ​ລິດ​ຕະ​ພັນຂອງວິ​ສາ​ຫະ​ກິດ ແລະ ຂອງ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ”

      ເມື່ອ​ຕອບ​ຄຳ​ຖາມ​ທີ່​ວ່າ ໃນ​ປີ 2014 ດ້ວຍ​ເຫດ​ການ​ຈີ​ຕັ້ງຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ນ່ານ​ທະ​ເລ​ຂອງ​ຫວຽດ​ນາມນັ້ນ, ໄດ້​ປຸກ​ລຸກ​ກະ​ແສ​ຟອງ​ຮັກ​ຊາດ​ຢ່າງ​ແຮງ​ກ້າ ແລະ ກວ້າງ​ຂວາງ,   ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ຖືວ່າ :

   “ ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນ​ຢັນ​ສິ່ງ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ນັ້ນ​ແມ່ນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດແມ່ນ​ສິ່ງ​ສັກ​ກະຫຼະ​ບູ​ຊາ ແລະ ບໍ່​ອາດ​ລ່ວງ​ລ້ຳ​ໄດ້, ແນ່ນອນ​ວ່າ​ຊາວ​ຫວຽດ​ນາມ 90 ລ້ານ​ຄົນ,ໃຜໆ​ກໍ​ຄິດເຊັ່ນ​ນັ້ນ. ພວກ​ເຮົາ​ຫວັງ​ມີ​ຊີ​ວິດ​ໃນ​ສັນ​ຕິ​ພາບ, ສາ​ມັກ​ຄີ​ມິດ​ຕະ​ພາບ​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ບ້ານ​ໃກ້​ຄຽງ ແລະ ບ​ັນ​ດາ​ປະ​ເທດ​ໃນ​ໂລກ ກໍ​ແມ່ນ​ແນວ​ທາງ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ​. ແຕ່​ເມ​ື່ອ​ປະ​ເທດ​ຊາດ​ຖືກ​ລ່ວງ​ລ້ຳ​ອ​ະ​ທິ​ປະ​ໄຕ​ນັ້ນ, ທົ່ວ​ປວງ​ຊົນ​ຕ້ອງ​ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ ອະ​ທິ​ປະ​ໄຕ​ທີ່ສັກ​ກະຫຼະ​ບູ​ຊາ ຂອງ​ປະ​ເທດຊາດ”

 

ຂ່າວ/ບົດ​ອື່ນ