ຫວຽດນາມ-ສ.ເກົາຫຼີ ມີການພົວພັນທີ່ເປັນ ແບບຢ່າງມຸ່ງໄປ ເຖິງອະນາຄົດ

ຫວຽດນາມ-ສ.ເກົາຫຼີ ມີການພົວພັນທີ່ເປັນ ແບບຢ່າງມຸ່ງໄປ ເຖິງອະນາຄົດ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງຕ້ອນຮັບ

ຕ້ອນຮັບອະດີດປະທານາທິບໍດີ.​ເກົາຫຼີ Lee Myung Bak

(ພາບ: VGP/Nhật Bắc)

(vovworld) –​ ວັນ​ທີ 21/10, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບອະດີດ​ປະທານາທິບໍດີ ​ສ.​ເກົາຫຼີ Lee Myung Bak, ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ເນັ້ນໜັກ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ປາດ​ຖະໜາ​ຢາກ​ພອ້ມກັບ ສ.​ເກົາຫຼີ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ໝັ້ນຄົງ, ​ແທດ​ຈິງ, ນຳມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ ປຊຊ ສອງ​ປະ​ເທດ ​ແລະ ສອງ​ຊາດ; ​ໃນ​ນັ້ນຈຸດ​ສຸມ​​ແມ່ນການ​ຮ່ວມ​ມື​ດ້ານ​ແຮງ​ງານ, ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ ປຊຊ. ທ່າ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ເຊື່ອໝັ້ນວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ຝ່າຍ, ຫວຽດນາມ-​ສ.​ເກົາຫຼີ​ ຈະ​ສຳ​ເລັດ​ການ​ເຈລະຈາ​ໂດຍ​ໄວ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) ​ໃນທ້າຍປີ 2014. ສ່ວນ​ທ່ານ Lee Myung Bak ຖື​ວ່າ, ການ​ພົວພັນ​ລະຫວ່າງ ສ.​ເກົາຫຼີ-​ຫວຽດນາມ ​ແມ່ນການ​ພົວພັນ​ທີ່​ເປັນ​ແບບຢ່າງ​ມຸ່ງ​ໄປ​ເຖິງ​ອະນາຄົດ ຍ້ອນ​ວ່າ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ມີ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງ​ທືນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ກັນ, ສະໜິດ​ຕິດ​ພັນ​ກັນ​ບົນ​ພື້ນ​ຖານ​ການ​ພົວພັນ​ດ້ານ​ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ ປຊຊ ອີກ​ດ້ວຍ. ທ່ານອະດີດ​ປະທານາທິບໍດີ ​ສ.​ເກົາຫຼີ Lee Myung Bak ​ໃຫ້​ຮູ້​ວ່າ: ປະຊາ​ຄົມ​ວິ​ສາ​ຫະກິດ ສ.​ເກົາຫຼີ ມີ​ຄວາມ​ເອົາ​ໃຈ​ໃສ່​ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ​ຢູ່​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ລັດຖະບານ​ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍບັນດາ ວິ​ສາ​ຫະກິດ ສ.​ເກົາຫຼີ ມາ​ລົງທຶນ​ຢູ່​ຫວຽດນາມ ພ້ອມທັງ​ຫວັງ​ວ່າ, FTA ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ, ຈາກ​ນັ້ນຈະ​ຊຸກຍູ້ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງ​ທືນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຮງ​ກ່ວາ​ອີກ.
ຫວຽດນາມ-ສ.ເກົາຫຼີ ມີການພົວພັນທີ່ເປັນ ແບບຢ່າງມຸ່ງໄປ ເຖິງອະນາຄົດ - ảnh 2
(ທ່ານ​ປະທາ​ນປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບ​ທ່ານ​ອະດີດ​ປະທານາທິບໍດີ​ສ.​ເກົາຫຼີ)

   ກ່ອນ​ໜ້ານັ້ນ, ​ໃນຕອນ​ບ່າຍ​ວັນ​ທີ 20/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທາ​ນປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ອະດີດ​ປະທານາທິບໍດີ​ສ.​ເກົາຫຼີ Lee Myung Bak, ພວມ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ທີ່​ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາມ, ທ່ານ​ປະທານ​ປະ​ເທດ ​ໄດ້​ຂອບ​ໃຈ​ສ.​ເກົາຫຼີ ທີ່​ໄດ້​ໜູນ​ຊ່ວຍທຶນ ODA ​ໃຫ້​ແກ່​ຫວຽດນາມ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ ບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ​ສ.​ເກົາຫຼີ ນັບ​ມື້​ນັບ​ລົງທຶນ​ຢ່າງ​ແຮງ​ເຂົ້າ​ຫວຽດນາມ. ທ່ານ​ປະທານ​ປະ​ເທດຖື​ວ່າ, ສ.​ເກົາຫຼີ ​ແມ່ນ​ຄູ່​ຮ່ວມມື​ສຳຄັນ​ສຳລັບ​ຫວຽດນາມ, ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີຈະ​ປະກອບສ່ວນ​ນຳ​ການ​ພົວພັນດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ລື່ນ​ກາຍ​ຕົວ​ເລກ 30 ຕື້ USD ຄື​ປະຈຸ​ບັນ ​ແລະ ບັນລຸ​ໄດ້ 70 ຕື້ USD ​ໃນ​ປີ 2020. ທ່ານ​ປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ, ບໍ່​ວ່າ​​​ໃນ​ຕຳ​ແໜ່​ງ​ໃດ, ທ່ານ Lee Myung Bak ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ການ​ພົວພັນອັນ​ດີງາມ​ລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ