ຫວຽດນາມ-ສ.ເກົາຫຼີຊຸກຍູ້ຮ່ວມມືດ້ານການຄ້າ-ການລົງທຶນ

ຫວຽດນາມ-ສ.ເກົາຫຼີຊຸກຍູ້ຮ່ວມມືດ້ານການຄ້າ-ການລົງທຶນ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກັບ​ ທ່ານ​ປະທານ​ສະພາ
​ແຫ່ງ​ຊາດ ສ.​ເກົາ​ຫຼີ Chung Ui – hwa
(ພາບ : Vietnam+)

 (vovworld) – ​ໂດຍ​ໄດ້​ຮັບ​ເຊີນ​ຂອງ​ລັດຖະບານ ສ.​ເກົ່າ​ຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາ​ຫຼີ ​ໃນລະຫວ່າງ​ວັນ​ທີ 18 - 20/5. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງນາຍົກ​ລັດຖະມົນຕີ ຫວູວັນ​ນິງ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາ​ຫຼີ Chung Ui – hwa, ພົບ​ປະ​ແລກປ່ຽນ​ຄຳ​ເຫັນກັບ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸດທະ​ສາດ ​ແລະ ການ​ເງິນ Choi Kyung – hwan, ​ເຮັດ​ວຽກກັບ​ລັດຖະມົນຕີ​​ກະຊວງຕ່າງໆ​ຄື: ກະຊວງການ​ປົກຄອງ​ດ້ວຍຕົນ​ເອງ, ກະຊວງ​ພື້ນຖ​ານ​ໂຄງ​ລ່າງ ​ແລະ ຄົ​ມມະ​ນາ​ຄົມ; ຕອນ​ຮັບ​ການ​ນຳ​ກອງ​ທຶນ ສ.​ເກົາ​ຫຼີ (KF), ສະຫະ​ສະມາຄົມ​ນັກທຸລະກິດ (FKI), ອົງການ​ຮ່ວມ​ມື​ສາກົນ (KOICA), ຄະນະ​ກຳມະການ​ບໍລິການ​ການ​ເງິນ (FSC) ​ແລະ ການ​ນຳບັນດາ​ກຸ່ມ​ບໍລິ​ສັດ​ໃຫຍ່ການ​ເງິນ​​ຂອງ ສ.​ເກົາ​ຫຼີ. ບັນດາການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຫວູວັນ​ນິງ ​ແລະ ບັນດາ​ການ​ນຳ ສ.​ເກົາ​ຫຼີ ​ໄດ້​ເຫັນ​ດີ​ເປັນ​ເອກະສັນຖື​ວ່າ: ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຖືກ​ດຳ​ເນີນ​​ໄປ​ເປັນ​ປະ​ຈຳ ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ເຊິ່ງປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຮອບດ້ານ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ຊາດ ຫວຽດນາມ - ​ສ.ເກົາ​ຫຼີ ຢ່າງ​ເລິກ​ເຊີ່ງກວ່າ​ອີກ. 2 ຝ່າຍ​ເຫັນ​ດີຖື​ວ່າ: FTA ຫວຽກ​ນາມ - ສ.​ເກົາ​ຫຼີ ​ໄດ້​ລົງ​ນາມ ​​ຈະເປີດ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ຫວຽດນາມ - ສ.ເກົາ​ຫຼີ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອບັນລຸ​ຈຸດໝາຍ​ວົງ​ເງິນ 2 ຝ່າຍ​ 70 ຕື້ USD ​ໃນ​ປີ 2020. 2 ຝ່າຍ ຢັ້ງຢືນ​ຈະ​ສົມທົບ​ຢ່າງ​ຕັ້ງໜ້າ ​ເພື່ອ​​ໃຫ້ສັດຕະຍາ​ບັນ ​ແລະ ຜັນ​ຂະຫຍາຍ​ FTA ຫວຽດນາມ - ສ.​ເກົາ​ຫຼີ ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ໄວ. 2 ຝ່າຍ​​ເຫັນ​ດີສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ ODA ຂະໜາດ​ໃຫຍ່ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ