ຫວຽດນາມຫັນກອງກ່ຳປັ່ນເດີນທະເລເປັນທັນສະໄໝ

(VOVWORLD) -ປະລິມານສິນຄ້າຜ່ານທ່າກ່ຳປັ່ນໂດຍກອງກ່ຳປັ່ນຫວຽດນາມ ຂົນສົ່ງບັນລຸກວ່າ 81 ລ້ານໂຕນ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

ຕາມກົມການເດີນທະເລຂອງຫວຽດນາມ ແລ້ວ, ໃນໄລຍະຜ່ານມາຂົງເຂດຂົນສົ່ງທາງທະເລຫວຽດນາມ ຍັງຮັກສາທ່າເຕີບໂຕໄດ້ດີ, ປະລິມານສິນຄ້າຜ່ານທ່າກ່ຳປັ່ນໂດຍກອງກ່ຳປັ່ນຫວຽດນາມ ຂົນສົ່ງບັນລຸກວ່າ 81 ລ້ານໂຕນ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ກົມການເດີນທະເລໃຫ້ຮູ້ວ່າ, ໂຄງປະກອບຂອງກອງກ່ຳປັ່ນຫວຽດນາມ ກໍ່ໄດ້ພັດທະນາຕາມທິດຫັນເປັນສະເພາະ, ພິເສດ, ກອງກ່ຳປັ່ນຂົງສົ່ງ comtainer ກອນແທນເນີຫວຽດນາມ ໄດ້ຮັບການຂະຫຍາຍຕົວດີພໍສົມຄວນ ຈາກກ່ຳປັ່ນ 19 ລຳ ໃນປີ 2013 ຂຶ້ນ 39 ລຳໃນປີ 2019.

        ເພື່ອສືບຕໍ່ຫັນກອງກ່ຳປັ່ນເດີນທະເລເປັນທັນສະໄໝ, ບໍລິສັດການເດີນທະເລຫວຽດນາມ (Vinalines) ພວມຄົ້ນຄວ້າລົງທຶນໃສ່ກອງກ່ຳປັ່ນໃໝ່ທີ່ມີເຕັກໂນໂລຊີທັນສະໄໝ, ປະຢັດເຊື້ອເພີງຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ