ຫວຽດນາມຫວັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເຄືອຂ່າຍລັດຖະສະພາບັນດາປະເທດສະມາຊິກ WB ແລະ IMF

(VOVWORLD) -      ຕອນບ່າຍວັນ 7 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງເຄືອຂ່າຍລັດຖະສະພາບັນດາປະເທດສະມາຊິກທະນາຄານໂລກ WB ແລະ ກອງທຶນສາກົນ IMF ໂດຍທ່ານຮອງປະທານເຄືອຂ່າຍ Olfa Soukri Cherif ເປັນຫົວໜ້າຄະນະຊຶ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ຫວຽດນາມຫວັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເຄືອຂ່າຍລັດຖະສະພາບັນດາປະເທດສະມາຊິກ WB ແລະ IMF - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່ວຄຳເຫັນກັບບັນດາຜູ້ແທນ 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວເຂົ້າຮ່ວມເຄືອຂ່າຍລັດຖະສະພາບັນດາປະເທດສະມາຊິກທະນາຄານໂລກ WB ແລະ ກອງທຶນສາກົນ IMF ແລະ ມີຄວາມຫວັງຢາກມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງເຄືອຂ່າຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ :

     “ ພວກຂ້າພະເຈົ້າຕີລາຄາສູງເລື່ອງ ທະນາຄານໂລກໄດ້ສົມທົບກັນຢ່າງແໜ໊ນແຟ້ນກັບສະພາແຫ່ງຊາດໃນການຕີລາຄາ ແລະ ປະກອບສ່ວນດ້ານຂໍ້ມູນຂ່າວສານໃນວິວັດການສ້າງກົດໝາຍທີ່ສຳຄັນຄື: ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍອົງການອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍທີ່ດິນ…ພ້ອມກັນນັ້ນ, ທະນາຄານໂລກໄດ້ເຂົ້າຮ່ວມການສົນທະນາທາງດ້ານນະໂຍບາຍກັບສະພາແຫ່ງຊາດ, ລັດຖະບານຫວຽດນາມໃນບາງຂົງເຂດທີ່ສຳຄັນ ”

ຕອບກັບ

ຂ່າວ/ບົດ​ອື່ນ