ຫວຽດນາມຫວັງຢາກພັດທະນາການພົວພັນກັບຍີປຸ່ນຢ່າງຮອບດ້ານແລະ ແທດຈິງຍິ່ງໆຂຶ້ນ

(VOVWORLD) -ວັນທີ 29/5, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກ DP
ຫວຽດນາມຫວັງຢາກພັດທະນາການພົວພັນກັບຍີປຸ່ນຢ່າງຮອບດ້ານແລະ ແທດຈິງຍິ່ງໆຂຶ້ນ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ Edano Yukio ສະມາຊິກສະພາຕ່ຳ, ຮອງເລຂາທິການໃຫຍ່ຜູ້ຈຳການພັກ DP 

ວັນທີ 29/5, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກ DP ຂອງຍີປຸ່ນໂດຍທ່ານ Edano Yukio ສະມາຊິກສະພາຕ່ຳ, ຮອງເລຂາທິການໃຫຍ່ຜູ້ຈຳການພັກດັ່ງກ່າວນຳໜ້າ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມແຕ່ວັນທີ 28-31/5. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ຢືນຢັນວ່າ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນກັບຍີປຸ່ນ ແລະ ຫວັງຢາກໄດ້ພັດທະນາການພົວພັນໃຫ້ຮອບດ້ານ ແລະ ແທດຈິງກ່ວາເກົ່າ. ສ່ວນທ່ານ Edano Yukio ສະມາຊິກສະພາຕ່ຳ, ຮອງເລຂາທິການໃຫຍ່ຜູ້ຈຳການພັກ DP ຢືນຢັນວ່າ ພັກ DP ຫວັງຢາກເພີ່ມທະວີການພົວພັນກັບພັກກອມມູນິດຫວຽດນາມໃຫ້ດີຍິ່ງໆຂຶ້ນ ແລະ ຈະປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດແບບຍືນຍົງຕາມຈິດໃຈຄູ່ຮ່ວມມືຍຸດທະສາດກ້ວາງເລິກ.

    ແລະ ກໍໃນວັນດຽວກັນ, ຄະນະຜູ້ແທນພັກ DP ໄດ້ເຂົ້າຢ້ຽມຄຳນັບທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຝ້າມມິນຈິ້ງ, ປະທານກຸ່ມ ສ.ສ.ຊ ຫວຽດນາມ-ຍີປຸ່ນ; ເຈລະຈາກັບຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຈີນດັກເລີ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ