ຫວຽດນາມຫວັງວ່າສານກຳມະການກໍລະນີຟ້ອງຮ້ອງຈີນຂອງຟີລິບປິນຈະຍົກອອກຄຳຕັດສິນຍຸຕິທຳແລະພາວະວິໄສ

ຫວຽດນາມຫວັງວ່າສານກຳມະການກໍລະນີຟ້ອງຮ້ອງຈີນຂອງຟີລິບປິນຈະຍົກອອກຄຳຕັດສິນຍຸຕິທຳແລະພາວະວິໄສ - ảnh 1

ເກາະທຽມໂດຍ ຈີນ ກໍ່ສ້າງຜິດກົດໝາຍຢູ່ທະເລຕາເວັນອອກ
(ພາບ: DigitalGlobe)

(vovworld) – ວັນ​ທີ 1/7, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິ​ກິ​ລິ​ຍາ​ຂອງ ຫວຽດນາມ ຕໍ່​​ເຫດການ​ສານ​ກຳມະການ​ກໍ​ລະ​ນີຟ້ອງ​ຮ້ອງຈີນ​ຂອງ ຟີ​ລິບ​ປິນ ຈະ​ອອກ​ຄຳ​ຕັດສິນ​ສຸດ​ທ້າຍ​ໃນ​ວັນ​ທີ 12/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລ​ຫາຍ​ບີ່​ງ ຊີ້​ແຈ້ງວ່າ: ຫວຽດນາມ ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ເລື່ອງ​ສານ​ກຳມະການ​ຈະ​ອອກ​ຄຳ​ຕັດສິນ​ສຸດ​ທ້າຍ​ໃນ​ວັນ​ທີ 12/7/2016. ​ເຊິ່ງ​ແມ່ນ​ປະ​ເທດ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ແມ່ນ​ປະ​ເທດ​ສະມາຊິກ​ສົນທິສັນ​ຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​​ເລ​ປີ 1982, ຫວຽດນາມ ຍາມ​ໃດ​ກໍ່​ຕິດຕາມ​ການ​ຜັນ​ແປ​ຂອງ​ກໍ​ລະ​ນີນີ້​ຢ່າງ​ໃກ້​ຊິດ ​ແລະ ຫວັງ​ວ່າ​ສານ​ກຳມະການ​ຈະ​ຍົກ​ອອກ​ຄຳ​ຕັດສິນ​ຍຸຕິ​ທຳ ​ແລະ ພາວະ​ວິ​ໄສ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ​້ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໂດຍ​ສັນຕິວິທີ. ອີກ​​ເທື່ອ​ໜຶ່ງ, ຫວຽດນາມ​ຢັ້ງຢືນ​ຫຼັກ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບສະໜູນ​ເລື່ອງ​ແກ້​ໄຂການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ​, ສະໜັບສະໜູນ​ເລື່ອງ​​ເຄົາລົບ ​ແລະ ປະຕິບັດ​ທຸກໆ​ຂໍ​້ກຳນົດ ​ແລະ ລະບຽບ​ການ​ຂອງ​ສົນ​ທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຢ່າງ​ຄົບ​ຖ້ວນ.


ຂ່າວ/ບົດ​ອື່ນ