ຫວຽດນາມຫວັງວ່າໄທ ຈະມີສະຖຽນລະພາບ ໂດຍໄວເພື່ອສ້າງສາ ແລະ ພັດທະນາປະເທດ

ຫວຽດນາມຫວັງວ່າໄທ ຈະມີສະຖຽນລະພາບ ໂດຍໄວເພື່ອສ້າງສາ ແລະ ພັດທະນາປະເທດ - ảnh 1
(ທ່ານ ​ເລ​ຫາຍ​ບິ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ)

(vovworld) - ວັນ​ທີ 24/5/2014, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ​ ຕໍ່ການ​ຜັນ​ແປ​ສະພາບ​ການຢູ່​ໄທ ຫວ່າງ​ແລ້ວ​ນີ້, ທ່ານ ​ເລ​ຫາຍ​ບິ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃສ່​ໃຈ​ວ່າ: “​ໂດຍ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ, ທັງ​ແມ່ນ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຫວຽດນາມ​ ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ສະພາບ​ການ​ທີ່​ພວມ​​ເກີດ​ຂຶ້ນ​ຢູ່​ໄທ. ຫວຽດນາມ ​ຫວັງ​ວ່າ​ໄທ​ຈະ​ມີ​ສະຖຽນ​ລະ​ພາບ​ໂດຍ​ໄວ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ “.

        ​ໃນ​ວັນ​ດຽວ​ກັນ, ກົມ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕັກ​ເຕືອນ​ພົນລະ​ເມືອງ​ຫວຽດນາມ​ ບໍ່​ຄວນ​ໄປ​ໄທ ຖ້າ​ເຫັນ​ວ່າ​ບໍ່​ຈຳ​ເປັນ ຈົນ​ຮອດ​ເວລາ​ໃດ​ທີ່ສະພາບ​ຢູ່​ໄທ​ມີ​ສະຖຽນ​ລະ​ພາບ​ຄືນ​ໃໝ່ ​ແລະ ​ໃສ່​ໃຈ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່​ໄທ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ອຳນາດ​ການ​ປົກຄອງ​ໄທ ​ແລະ ພົວພັນ​ຕິດ​ຕໍ​ກັບ​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ​ປະຈຳ​ໄທ ຢ່າງ​ທັນ​ການ ​ຖ້າ​ເຫັນ​ວ່າ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ.

ຂ່າວ/ບົດ​ອື່ນ