ຫວຽດນາມ-ອົດສະຕາລີ ເຊັນເອກະສານເພີ່ມທະວີຄູ່ຮ່ວມມືຮອບດ້ານ

ຫວຽດນາມ-ອົດສະຕາລີ ເຊັນເອກະສານເພີ່ມທະວີຄູ່ຮ່ວມມືຮອບດ້ານ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ
ພົບປະກັບ​ທ່ານ​ນາຍົກລັດຖະມົນຕີ Tony Abbott)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Tony Abbott, ຕອນ​ເຊົ້າ​ວັນ​ທີ 18/3, ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ, ຢູ່​ນະຄອນຫຼວງ Canberra. ພາຍຫຼັງ​ພິທີ​ຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ດຳ​ເນີນ​ການ​ເຈລະຈາ. ບົນ​ນ້ຳ​ໃຈມິດຕະພາບ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ ຊຶ່ງ​ກັນ ​ແລະ ກັນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ:

        “ຂ້າພະ​ເຈົ້າ​ແລະ​ທ່ານ ທ່ານ​ນາຍົກລັດຖະມົນຕີ Tony Abbott  ​ໄດ້​​ເຫັນ​ດີ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວ, ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ພາສາ​ອັງກິດ ​ແລະ ວີ​ຊາ​ການ​ຮັກສາ​ສັນຕິພາບ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ໜ້າ​ທີ່​ພິ​ເສດ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ການ​ຫັນປ່ຽນ​ຂອງ​ດິນ​ຟ້າ​ອາກາດ, ການ​ຕ້ານ​ກໍ່​ການ​ຮ້າຍ, ຕ້ານ​ການ​ຄ້າ​ຄົນ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ຄວາມ​ປອດ​ໄພ​ສຳລັບ​ແຫຼ່ງນຳ້. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ສືບ​ຕໍ່​ການ​ທາ​ບທາມ, ສະໜັບສະໜູນ​ກັນ​ທີ່​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ເຊັ່ນ ADMM, ADMM+,ARF…

        ນາຍົກລັດຖະມົນຕີທັງສອງ​ທ່ານ​ເຫັນ​ດີ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ປະຈຸ​ບັນ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ນີ້​ໃຫ້​ເໝາະ​ສົມ​ກັບ​ທາດ​ແທ້​ຍຸດ​ທະ​ສາດທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ