ຫວຽດນາມ-ອີຕາລີເຫັນດີເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມ-ອີຕາລີເຫັນດີເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ ຫວຽດນາມ ຫງວຽນຟູ​ຈ້ອງ
​​ຕ້ອນຮັບ​ທ່ານ​ປະທານາທິບ​ໍດີ ສ.ອີ​ຕາ​ລີ Sergio Mattarella)

(vovworld) – ຕອນ​ບ່າຍ​ວັນ​ທີ 6/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ​ຈ້ອງ ​ໄດ້​​ຕ້ອນຮັບ​ທ່ານ​ປະທານາທິບ​ໍດີ ສ.ອີ​ຕາ​ລີ Sergio Mattarella ພວມມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ຫວຽດນາມ. ທ່ານ​​ເລຂາ​ທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອ​ນມິດທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ ມີ ສ.ອີ​ຕາ​ລີ; ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງພັກ​ກອມ​ມູນິດ ຫວຽດນາມ ​ແລະ ບັນ​ດາ​ພັກ​ການ​ເມືອງ​ຢູ່ ສ.ອີ​ຕາ​ລີ ກ່ວາ, ​ເປັນ​ພື້ນຖານ​ເພື່ອ​ພັດທະນາ​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ​ອື່ນໆ. ທ່ານ​ປະທານາທິບໍດີ ສ.ອີ​ຕາ​ລີ Sergio Mattarella ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ໃນ​ພາລະ​ກິດ​ປ່ຽນ​ໃໝ່​ຂອງ ຫວຽດນາມ, ກໍ​ຄື​ບົດບາດ ​ແລະ ທີ່​ຕັ້ງຂອງ ຫວຽນ​ດາມ ​ໃນ​ພາກ​ພື້ນ ​ແລະ ​ເວທີ​ສາກົນ; ພ້ອມ​ທັ​ງ ປາດ​ຖະໜາ​ວ່າ: ຍູ້​​ແຮງການ​ພົວພັນ​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ ​ແລະ ປະກອບສ່ວນ​ຫລາຍ​ກ່ວາ​ອີກ ​ເພື່​ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ປະທານາທິບໍ​ດີ Sergio Mattarella ກໍ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ ​ຂອງພາກ​ພື້ນ ​ແລະ ສາກົນຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ເປັນ​ເອກະ​ສັນ ຫວຽດນາມ ​ແລະ ອີ​ຕາ​ລີ ສືບ​ຕໍ່​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ຢ່າງ​ແໜ້ນ​ແຟ້ນ, ບັນ​ດາ​ກົນ​ໄກ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ປະກອບສ່ວນ​ຕັ້ງໜ້າ​ໃຫ້​ສັນຕິພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່ 2 ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ