ຫວຽດນາມ-ອິນເດຍຊຸກຍູ້ການຮ່ວມມືເສດຖະກິດ,ການຄ້າ

ຫວຽດນາມ-ອິນເດຍຊຸກຍູ້ການຮ່ວມມືເສດຖະກິດ,ການຄ້າ - ảnh 1

(vovworld) –  ຕອນ​ຄຳ່​ວັນ​ທີ 21/1, ຢູ່​ຮ່າ​ໂນ້ຍ, ສະຖານທູດ ອິນ​ເດຍ ​ແລະ ຫ້ອງການ​ກາ​ນຄ້າ ອິນ​ເດຍ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງພິທີ “ຕ້ອນຮັບ​ບຸ​ນ​ເຕັດ​ປີວ​ອກ​” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາງ​ເອກ​ອັກຄະ​ລັດຖະທູ​ດ ອິນ​ເດຍ ປະຈຳ ຫວຽດນາມ Preeti Saran, ທ່ານ ​ໂດ໋​ຖັງ​ຫາຍ, ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ອຸສາ​ຫະກຳ - ການ​ຄ້າ ຫວຽດນາມ, ຜູ້ຕາງໜ້າ​ຂອງ​ຫ້ອງການ​ການ​ຄ້າ ອິນ​ເດຍ ປະຈຳ ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງ​ເອກ​ອັກຄະ​ລັດຖະທູ​ດ Preeti Saran​ ​ໃຫ້​ຮູ້​ວ່າ: ປີ 2015 ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ອິນ​ເດຍ ​ແລະ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ​ເມື່ອ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ລື່ນ​ກາຍ​​ແຜນການ​ທີ່ໄດ້​ວາງ​ອອກ. ອິນ​ເດຍສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ຫຼາຍ​ໂຄງການ​ລົງທຶນ​ເຂົ້າ ຫວຽດນາມ, ​ໃນ​ນັ້ນ​ບຸລິມະສິດ​​ແກ່​ການເພີ່ມ​ທະວີ​ການ​ຮ່ວມ​ມືໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຢຸກຢາ, ກົນ​ຈັກ ​ແລະ ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນຳ້… ສ່ວນ​ທ່ານລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ໂດ໋ຖັງ​ຫາຍ, ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ  - ການ​ຄ້າ ຫວຽດນາມ - ອິນ​ເດຍ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ປະຈຸ​ບັນ, ອິນ​ເດຍ ມີ 118 ​ໂຄງການ​ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ​ຍອດ​ຈຳນວນທຶນ​ຈົດ​ທະບຽນ​​ເກືອ​ບ 500 ລ້ານ USD, ຢື່ນອັນ​ດັບ​ທີ  28 ​ໃນ​ຈຳນວນ 110 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນລົງທຶນ​ເຂົ້າ ຫວຽດນາມ. ທ່ານລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ໂດ໋ຖັງ​ຫາຍ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ດ້ານ​​ເສດ​ຖະກິດ - ການ​ຄ້າ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ