ຫວຽດນາມ-ອິນໂດເນເຊຍເພີ່ມທະວີການຮ່ວມມືກ່ຽວກັບບັນຫາຢູ່ທະເລ

(VOVWORLD) -   ຕອນບ່າຍວັນທີ 30 ກໍລະກົດ, ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 52 (AMM 52) ແລະກອງປະຊຸມທີ່ກ່ຽວຂ້ອງ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ພົບປະສອງຝ່າຍກັບທ່ານນາງ RetnoMarsurdi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ.

     ລັດຖະມົນຕີສອງທ່ານໄດ້ເປັນເອກະພາບໃນການເພີ່ມທະວີສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ-ອິນໂດເນເຊຍໃນຂົງເຂດຕ່າງໆ, ໃນນັ້ນ, ມີການຮ່ວມມືກ່ຽວກັບບັນຫາຢູ່ທະເລ; ປຶກສາຫາລືແລະແບ່ງປັນທັດສະນະກ່ຽວກັບບັນຫາທີ່ໃນພາກພື້ນແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງວຽກງານຊຸກຍູ້ຄວາມສາມັກຄີແລະບົດບາດໃຈກາງຂອງອາຊຽນ, ຍູ້ແຮງການຮ່ວມມືຢ່າງແທດຈິງແລະມີປະສິດທິຜົນໃນຂອບເຂດອາຊຽນກໍ່ຄືລະຫວ່າງອາຊຽນແລະບັນດາຄູ່ຮ່ວມມື.

ຫວຽດນາມ-ອິນໂດເນເຊຍເພີ່ມທະວີການຮ່ວມມືກ່ຽວກັບບັນຫາຢູ່ທະເລ - ảnh 1 ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານນາງ RetnoMarsurdi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ.

        ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນວ່າ: ແຕ່ລະຝ່າຍຕ້ອງໄດ້ປະຕິບັດຕາມກົດໝາຍສາກົນ,ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັກສາສັນຕິພາບ, ສະຖຽນລະພາບແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຟ້າມບິ່ງມິງພ້ອມດ້ວຍບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນໄດ້ພົບປະກັບຜູ້ຕາງໜ້າຄະນະກຳມະການລັດຖະບານອາຊຽນກ່ຽວກັບສິດທິມະນຸດ (AICHR).

        ແລະກໍ່ໃນວັນທີ 30 ກໍລະກົດ ນີ້, ທ່ານຫງວຽນກ໊ວກຢຸ໊ງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ພົບປະກັບທ່ານ Vijay Thakur Sing ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ສະພາບການໃນພາກພື້ນແລະເພີ່ມທະວີການຮ່ວມມືລະຫວ່າງອິນເດຍກັບອາຊຽນ ແລະອານຸພາກພື້ນແມ່ນ້ຳຂອງ. 

ຕອບກັບ

ຂ່າວ/ບົດ​ອື່ນ