ຫວຽດນາມ-ອີຢູ: ຍູ້ແຮງການຮ່ວມມືປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນ

(VOVWORLD) -ໃນໄລຍະ 4 ເດືອນຕົ້ນປີ 2021, ວົງເງິນການຄ້າ 2 ສົ້ນຫວຽດນາມ - ອີຢູ ບັນລຸກວ່າ 18 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ຫວຽດນາມ-ອີຢູ: ຍູ້ແຮງການຮ່ວມມືປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນ - ảnh 1(ທີ່ການເຮັດວຽກ)

ອີຢູ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ), ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ພະລັງງານ. ນັ້ນແມ່ນຄຳຢືນຢັນຂອງທ່ານ Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈຳຫວຽດນາມ ໃນການເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ ກ່ຽວກັບສະພາບການຮ່ວມມື 2 ຝ່າຍ ແລະ ປະຕິບັດສັນຍາການຄ້າເສລີ EVFTA ໃນຕອນເຊົ້າວັນທີ 11 ມິຖຸນາ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຂໍອວຍພອນບັນດາຜົນສຳເລັດໃນເບື້ອງຕົ້ນຂອງອີຢູ ໃນການໜູນຊ່ວຍບັນດາສະມາຊິກຄວບຄຸມໂລກລະບາດ, ກໍ່ເປັນການໜູນຊ່ວຍການຟື້ນຟູເສດຖະກິດ ແລະ ສະໜອງໃນຂອບເຂດທົ່ວໂລກ. ກະຊວງອຸດສາຫະກຳການຄ້າຫວຽດນາມ ປາດຖະໜາຢາກມີການຮ່ວມມືກັບຄະນະຜູ້ຕາງໜ້າຢ່າງແໜ້ນແຟ້ນ, ມີປະສິດທິຜົນ ເພື່ອຍູ້ແຮງບັນດາໂຄງການຮ່ວມມືໃນໄລຍະຈະມາເຖິງກວ່າ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ພະລັງງານ ກໍຄືແກ້ໄຂບັນດາສິ່ງທີ່ຍັງຕິດຄັດ, ຄົງຄົວລະຫວ່າງ 2 ຝ່າຍ”.

        ໜ້າທີ່ນີ້, 2 ຝ່າຍກໍ່ໄດ້ມີບັນດາການແລກປ່ຽນຢ່າງຕັ້ງໜ້າກ່ຽວກັບຫຼາຍບັນຫາ ແລະ ທິດທາງເພີ່ມທະວີການຮ່ວມມື 2 ຝ່າຍ, ກໍຄືປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ ເພື່ອຮັບປະກັນປະສິດທິຜົນຢ່າງແທດຈິງໃຫ້ແກ່ປະຊາຄົມວິສາຫະກິດ.

        ຕາມການສະຖິຕິຂອງກົມໃຫຍ່ພາສີຫວຽດນາມ, ໃນໄລຍະ 4 ເດືອນຕົ້ນປີ 2021, ວົງເງິນການຄ້າ 2 ສົ້ນຫວຽດນາມ - ອີຢູ ບັນລຸກວ່າ 18 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ