ຫວຽດນາມ-ອີຢູ ເພີ່ມທະວີການຮ່ວມມືແກ້ໄຂຜົນສະທ້ອນຈາກໂຄວິດ-19

(VOVWORLD) -ຫວຽດນາມ ແລະ ອີຢູ ເຫັນດີເພີ່ມທະວີການຮ່ວມມືແກ້ໄຂຜົນສະທ້ອນຂອງໂລກລະບາດໂຄວິດ-19 ກໍ່ຄືໃນຂົງເຂດຮັກສາສັນຕິພາບ

ຫວຽດນາມ-ອີຢູ ເພີ່ມທະວີການຮ່ວມມືແກ້ໄຂຜົນສະທ້ອນຈາກໂຄວິດ-19 - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ

(ພາບ: ກະຊວງການຕ່າງປະເທດ)

ວັນທີ 15 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ແລະ ທ່ານ Gunnar Wiegand, ຫົວໜ້າກົມອາຊີ - ປາຊີຟິກ ຂອງອົງການພົວພັນຕ່າງປະເທດເອີລົບ (EEAS) ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມຫວຽດນາມ - ສະຫະພາບເອີລົບ (ອີຢູ) ກ່ຽວກັບການຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານຫວຽດນາມ -  ອີຢູ (PCA) ທາງອອນລາຍ ແລະໂດຍກົງ. ທີ່ກອງປະຊຸມ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືທີ່ມີລັກສະນະຍຸດທະສາດລະຫວ່າງຫວຽດນາມ ແລະ ອີຢູ, ສົມທົບກັນຜັນຂະຫຍາຍການປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ລັດຖະສະພາບັນດາປະເທດສະມາຊິກອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ (EVIPA) ໂດຍໄວ. ຫວຽດນາມ ແລະ ອີຢູ ເຫັນດີເພີ່ມທະວີການຮ່ວມມືແກ້ໄຂຜົນສະທ້ອນຂອງໂລກລະບາດໂຄວິດ-19 ກໍ່ຄືໃນຂົງເຂດຮັກສາສັນຕິພາບ, ແກ້ໄຂບັນດາບັນຫາຄວາມໝັ້ນຄົງແບບເກົ່າ, ຄວາມໝັ້ນຄົງທາງທະເລ ແລະ ການປ່ຽນແປງຂອງດິນຟ້າອາກາດ…

        ອີຢູ ໄດ້ຢືນຢັນເຖິງການສະໜັບສະໜູນການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍຢູ່ທະເລຕາເວັນອອກ. 2 ຝ່າຍກໍ່ໄດ້ຮັບຮອງເອົາແຈ້ງການຖະແຫຼງຂ່າວຕໍ່ສື່ມວນຊົນລວມ ແລະ ເຫັນດີຈັດກອງປະຊຸມຄັ້ງທີ 3 ຢູ່ຮ່າໂນ້ຍໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ