ຫວຽດນາມ-ອີຢູເຊັນອະນຸສັນຍາPCA

ຫວຽດນາມ-ອີຢູເຊັນອະນຸສັນຍາPCA - ảnh 1
ພິ​ທີ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍ
(ພາບ: Hương Giang/Brussels)

(vovworld) – ຕອນ​ບ່າຍ​ວັນ​ທີ 19/11, ຢູ່​ສະ​ພາ​ສະ​ຫະ​ພາບ​ເອ​ີ​ລົບ ຢູ່​ນະ​ຄອນຫຼວງ ບ​ຣຸກ​ແຊນ (ປະ​ເທດ ແບນ​ຊິກ), ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ ຫວຽດ​ນາມ ປ​ະ​ຈຳ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ຟ້າມ​ແຊງ​ເຈົາ ແລ​ະ ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Stefano Sannino, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ອີ​ຕາ​ລີ ປະ​ຈຳ ອີ​ຢູ, ຜູ້​ຕາງ​ໜ້າ ອີຢູ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເຊັນ​ອະ​ນຸ​ສັນ​ຍາ ​ສັນ​ຍາແມ່ກ່ຽວ​ກັບ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອ​ີ​ລົບ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ (PCA).

        ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Stefano Sannino ຕີ​ລາ​ຄາ​ສັນ​ຍາແມ່ນ PCA ຫວຽດ​ນາມ - ອີ​ຢູ ແມ່​ນ​ບາດ​ກ້າວ​ເດີນ​ສຳ​ຄັນ​ໃນ​ການ​ຮັດ​ແໜ້ນ ແລະ ເປ​ີດ​ກ້​ວາງ​ການ​ພົ​ວ​ພັນ​ລະ​ຫວ່າງ 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ​ກ່​ວາ​ອີກ. ນີ້ກໍ່​ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ສ້າງ​ສຳ​ເລັດ​ກ​ານ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ ອີ​ຢູ - ຫວຽດ​ນາມ (FTA). ທ່ານ Sannino ຫວັງ​ວ່າ FTA ຈະ​ໄດ້​ເຊັນ​ສັນ​ຍາ​ໃນ​ປີ 2015.

        ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ​ ຟ້າມ​ແຊງ​ເຈົາ ເນັ້ນ​ໜັກ​​ສັນ​ຍາແມ່ PCA ຫວຽດ​ນາມ - ອີ​ຢູ ຈະ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ຍິ່ງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ