ຫວຽດນາມອວຍພອນວັນຊາດຂອງລາວຄົບຮອບ 43 ປີ

(VOVWORLD) -ວັນທີ 23 ພະຈິກ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປສຳນັກງານຂອງຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດລາວ, ພວຍພອນວັນຊາດສປປ. ລາວ ຄົບຮອບ 43 ປີ (02 ທັນວາ 1975 – 02 ທັນວາ 2018). ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຫວຽດນາມອວຍພອນວັນຊາດຂອງລາວຄົບຮອບ 43 ປີ - ảnh 1 (ທ່ານນາງ ສູນທອນ ໄຊຍະຈັກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ)

        ທີ່ການຕ້ອນຮັບ, ທ່ານນາງ ສູນທອນ ໄຊຍະຈັກ ກໍ່ຢືນຢັນວ່າ, ຍາມໃດປະເທດລາວ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມ ບົນເສັ້ນທາງພ້ອມກັນພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ. ທ່ານນາງກໍ່ໃຫ້ຮູ້ວ່າ, ແຕ່ລະເທື່ອເມື່ອປະເທດລາວ ປະສົບກັບຄວາມຫຍຸ້ງຍາກ ຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງລາວ, ຍາມໃດກໍ່ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອຢ່າງທັນການ ແລະ ໃຫຍ່ຫຼວງ ແລະ ຖືວ່າ, ເລື່ອງຫວຽດນາມ ຊ່ວຍເຫຼືອລາວ ໃນການແກ້ໄຂເຫດເຂື່ອນໄຟຟ້ານ້ຳຕົກແຕກຢ່າງທັນການນັ້ນ ໄດ້ເປັນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດລາວ ແລະ ຫວຽດນາມ ທີ່ຍາມໃດກໍ່ສະໜິດແໜ້ນ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ, ຢືນຢັນວ່າ, ສາຍພົວພັນມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດນັ້ບມື້ນັບພັດທະນາ, ການນຳ 2 ປະເທດໄດ້ມີບັນດາການຢ້ຽມຢາມ ແລະ ເຮັດວຽກປະສົບຜົນສຳເລັດ, ບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ, ຂໍ້ຕົກລົງໃຫຍ່ຫຼາຍສະບັບລະຫວ່າງການນຳ 2 ປະເທດໄດ້ຮັບການປະຕິບັດ ແລະ ຜັນຂະຫຍາຍຖືກຕາມແຜນການ, ໃນນັ້ນມີໂຄງການສຳຄັນຫຼານໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ