ຫວຽດນາມ-ອິສະຣາແອນ ເຊັນເອກະສານຮ່ວມມື ດ້ານປ້ອງກັນຄວາມ ສະຫງົບ


ຫວຽດນາມ-ອິສະຣາແອນ ເຊັນເອກະສານຮ່ວມມື ດ້ານປ້ອງກັນຄວາມ ສະຫງົບ  - ảnh 1
 (ພາບ: CTV/Vietnam+)

(vovworld)- ​ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດອິດສະຣາແອນ, ຄະນະຜູ້ແທນຂັ້ນສູງກະຊວງ ຕຳຫຼວດຫວຽດນາມ ໂດຍທ່ານພົນໂທດັ້ງວັນຮຽວ ຮອງລັດຖະມົນຕີຜູ້ປະຈຳການກະຊວງຕຳຫຼວດຫວຽດນາມ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອິດສະຣາແອນ ແຕ່ວັນທີ 21-24/3. ທ່ານພົນໂທດັ້ງວັນຮຽວ ໄດ້ມີການເຈລະຈາກັບທ່ານພົນຈັດຕາວາ Dan Harel ຫົວໜ້າ​ກົມໃຫ່ຍ ກະຊວງປ້ອງກັນປະເທດອິດສະຣາແອນ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ ຂ້ອງ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ສອງ​ຝ່າຍ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ລະຫວ່າງ​ກະຊວງຕຳຫຼວດຫວຽດນາມ ​ແລະ ກະຊວງ ປ້ອງກັນປະເທດອິດສະຣາແອນ ລວມ 2 ສະບັບຄື: ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມມືດ້ານ​ອຸດສາຫະກຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການຮັກສາ​ຂ່າວ​ລັບ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານພົນໂທດັ້ງວັນຮຽວ ​ໄດ້​ສົ່ງຮ່າງ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ​ໃຫ້​​ແກ່ຝ່າຍ​ອິດສະຣາ​ແອນ, ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະ​ຊວງ​ຄື: ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງເຄືອ​ຂ່າຍ​ອິນ​ເຕີ​ແນັດ, ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ, ອາດຊະຍາ​ກຳ​ຄ້າຂາຍ​ມະນຸດ​ອົບ​ພະຍົບຜິດ​ກົດໝາຍ, ອາດຊະຍາ​ກຳ​ກ່ຽວຂ້ອງ​ເຖິງ​ພົນລະ​ເມືອງ​ສອງ​ປະ​ເທດ. ນອກຈາກ​ນັ້ນ, ສອງ​ຝ່າຍ​ຍັງ​ປຶກສາ​ຫາລື​ບາງ​ບັນຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລາ​ທິການ ​ແລະ ​ເຕັກນິກ./.

 

ຂ່າວ/ບົດ​ອື່ນ