ຫວຽດນາມ-ອາເມລິກາ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິທະຍາສາດ,ສຶກສາ,ສາທາລະນະສຸກ

ຫວຽດນາມ-ອາເມລິກາ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິທະຍາສາດ,ສຶກສາ,ສາທາລະນະສຸກ - ảnh 1
​ທ່ານ John Kline ສະມາ​ຊີກ​ພັກ ສາທາ​ລະ​ນາ​ລັດ ແລະ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ
(ພາບ: baotintuc.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 3/6, ຢູ່​ສຳນັກງານຫ້ອງວ່າການ​ສະພາ​​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ ​ໂດຍ​ທ່ານ John Kline ສະມາ​ຊີກ​ພັກ ສາທາ​ລະ​ນາ​ລັດ, ປະທານ​ກຳມາ​ທິການ​ສຶກສາ ​ແລະ ​ແຮງ​ງານ, ສະມາຊິກ​ກຳມາ​ທິການ​ວຽກ​ງານ​ທະຫານ ສະພາ​ຕຳ່ ອາ​ເມ​ລິ​ກາ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ບັນຫາ​ທະ​ເລ​ຕາ​ເວັນ​ອອກ ກັບ ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະ​ວີບຂອງ ຫວຽດນາມ, ກໍ່​ຄື​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ສະພາ​ແຫ່ງ​ຊາດ ຫວຽດນາມ - ອາ​ເມ​ລິ​ກາ, ​ແມ່ນ​ຈຸດ​ສຸມ​ທີ່​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ທີ່​ການ​ພົບ​ປະ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ, ປະຊາຊົນ ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດສະ​ແດງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ທັດ​ສະ​ນະ​ເດັດດ່ຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພ້ອມ​ທັງ​ຢືດໝັ້ນ​ຕໍ່ສູ້, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ຮຽກຮ້ອງ​ໃຫ້ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ອອກ​ຈາກ​ເຂດ​ນ່ານທະເລ​ຂອງ ຫວຽດນາມ. ສ່ວນ​ທ່ານ John Kline ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ສະໜັບ​ສະ​ໜູນ​ທັດສະນະ ​ແລະ ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ໃນການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ຝ່າຍ​ມີ​ມາດ​ຕະການ​ແກ້​ໄຂ​ສະພາບ​ການ​ໃນ​ປະຈຸ​ບັນຜ່ານ​ທາງ​ການ​ທູດ, ສັນຕິພາບ.

        ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ວິທະຍາສາດ, ການ​ສຶກສາ, ສາທາລະນະ​ສຸກ.​.​.​ ກໍ່​ຄື​ສືບ​ຕໍ່​ສົມທົບ​ກັນ​ແກ້​ໄຂ​ຜົນ​ຮ້າຍຢ່ອນຫຼັງຈາກທາດ​ຜິດ​ສີ​ສົ້ມ/ ດີ​​ໂອ​ຊີ​ນ, ຊອກ​ຫາ​ຊາວ​ຕ່າງປະ​ເທດ​ຫາຍ​ສາບ​ສູນ​ພາຍຫຼັງ​ສົງຄາມ​ຢູ່ ຫວຽດນາມ. ທ່ານ John Kline ຢືນຢັນ ຝ່າຍ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ກັບ ຫວຽດນາມ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ຂ້າມ ​ປາຊີ​ຟິກ (TPP) ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ