ຫວຽດນາມ-ອາເມລິກາຈັດຕັ້ງການເຈລະຈາກ່ຽວກັບບັນດາບັນຫາການເມືອງ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ຫວຽດນາມ-ອາເມລິກາຈັດຕັ້ງການເຈລະຈາກ່ຽວກັບບັນດາບັນຫາການເມືອງ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) – ​​ ການ​ເຈລະຈາ​ດ້ານ​ການ​ເມືອງ - ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 8 ຖືກ​ດຳ​ເນີນ​ໃນ​ວັນ​ທີ 03/08 ຢູ່ ວໍ​ຊີງ​ຕັນ ດີ​ຊີ, ອາ​ເມ​ລິ​ກາ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ຮ່າ​ກີ​ມງອກ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ ອາ​ເມ​ລິ​ກາ ​ໂດຍ​ທ່ານ​ນາງ Tina Kaidanow, ຜູ້ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮັບຜິດຊອບ​ດ້ານ​ການ​ເມືອງ - ການ​ທະຫານ​ເປັນ​ຫົວ​ໜ້າ​ຄະນະ. ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ 2 ຝ່າຍ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ຫວຽດນາມ ຫວ່າງ​ແລ້ວ​ນີ້ຂອງ​ທ່ານ​ປະທານາທິບໍດີ Obama ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ພັດທະນາ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ; ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ນຳ​ການ​ຮ່ວມ​ມື​ພັດທະນາ ກາ​ຍ​ເປັນ​ຈຸດ​ສຸມ​ຂອງ​ການ​ພົວພັນ 2 ປະ​ເທດ. ທີ່​ການ​ເຈລະຈາ, ທ່ານ​ຮອງ​ລັດຖະມົນຕີ ຮ່າ​ກີ​ມງອກ ກໍ່ສະ​ເໜີ​ຝ່າຍ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມໜູນ​ຊ່ວຍ ຫວຽດນາມ ​ໃນ​ການຊອກ​ຫາ​ທະຫານ ຫວຽດນາມ ທີ່​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ, ການ​ມ້າງ​ທຳລາຍ​ລະ​ເບີ​ດບໍ່​ທັນ​ແຕກ​ຫລັງ​ສົງຄາມ, ລ້າງ​ທາດພິດສີ​ສົມ/ດີ​ໂອ​ຊີ​ນ ​ແລະ ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສົງຄາມ. ກ່ຽວ​ກັບ​ຝ່າຍ ອາ​ເມ​ລິ​ກາ, ທ່ານ​ນາງ​ Tina Kaidanow ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຖື​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ​ແມ່ນ​ການບຸລິມະສິດ ​ແລະ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນ​ຫາ​ນີ້. ທ່ານ​ນາງ Tina Kaidanow ກໍ່​ຖື​ວ່າ: ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫລາຍ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ ​ໃນ​​ຂົງ​ເຂດ​ອື່ນໆ​ຄື: ໜູນ​ຊ່ວຍ​ມະນຸດສະທຳ, ກູ້​ໄພ​ກູ້​ຊີບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ…ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ສອງ​ຝ່າຍ​ແບ່ງປັນ, ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​​ເມືອງ - ຄວາມ​ໝັນ​ຄົງ​ຢູ່​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​ທ້າ​ທາຍ​ຄື: ການ​ກໍ່​ການ​ຮ້າຍ, ການ​ຄ້າ​ມະນຸດ, ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ການ​ຄ້າ​ຢາ​ເສບ​ຕິດ ​ແລະ ສັດປ່າ​ຂ້າມ​ຊາດ; ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ສົມທົບ​ກັນ​ລະຫວ່າງ​ສອງ​ຝ່າຍ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ກໍ່​ຄື​ເລື່ອງ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສັນຕິພາບ, ວິວັດທະນາ​ການ​ດ້ານ​ການ​ທູດ ​ແລະ ນິຕິ​ກຳ, ​ໃຫ້​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ເພື່ອ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ